ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງ ຢ້ຽມຢາມສັນຖະວະໄມຕີລາຊະອານາຈັກ ແບນຊິກ

ຕອນຄຳ່ວັນ​ທີ 5/12, ພິທີ​ຕ້ອນຮັບ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄປ​ຢ້ຽມຢາມ​ສັນຖະວະ​​ໄມຕີ​ລາຊະ​ອານາຈັກ ​ແບນ​ຊິກ ​ແລະ ລັດຖະສະພາ​ເອີ​ລົບ​ຢ່າງ​ເປັນ​ທາງ​ການ ​ໄດ້​ດຳ​ເນີນ​ໄປ​ຢູ່​ສຳນັກງານ​ລັດຖະສະພາ​ເອີ​ລົບ ຢູ່ ນະຄອນຫລວງ Brussel ປະ​ເທດ​ແບນ​ຊິກ. ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ ມີ​ທ່ານ Wenner Langant ຫົວຫນ້າ ຄະນະ​ຜູ້​ແທນ​ລັດຖະສະພາ ​ເອີ​ລົບ ມີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາ​ຊຽນ. ຕໍ່​ຈາກ​ນັ້ນ ປະທານ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ຈະ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ລັດຖະສະພາ​ຫວຽດນາມ ​ເອີ​ລົບ ຄັ້ງ​ທີ 9.

ກ່ອນ​ຫນ້າ​ນັ້ນ ຕອນ​ບ່າຍ​ວັນ​ທີ 5/12, ​​ແມ່ນ​ມື້​ທຳ​ອິດ​ຂອງການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີ​ງຮຸ່ງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ​ໄດ້​ມີ​ການ​ພົບ​ປະ​ກັບ​ເຈົ້າ​ຄອງ​ນະຄອນ Brussel, Freddy Thielemans. ຕໍ່​ຈາກ​ນັ້ນ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Rean Sacler Lupiter ປະທານ​ລັດຖະສະພາ ​ວົງ​ຄະນາ​ຍາດ​ຊາວ​ແບນ​ຊິກ ​ເວົ້າ​ພາສາ​ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ