ປະທານາທິບໍດີຟິລິບປີນອອກຄຳສັ່ງຈັບຕົວບັນດາເປົ້າໝາຍຕ່າງປະເທດໂຄສະນາແນວຄິດIS

ປະທານາທິບໍດີຟິລິບປີນອອກຄຳສັ່ງຈັບຕົວບັນດາເປົ້າໝາຍຕ່າງປະເທດໂຄສະນາແນວຄິດIS - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrigo Duterte 
(ພາບ: EPA/TTXVN)


(vovworld) - ທ່ານປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrigo Duterte ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ປະ​ເທດນີ້ ຈັບ​ຕົວ​ບັນ​ດາ​ເປົ້າ​ໝາຍ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ຜິວ​ຂາວ ຖືກ​​ກ່າວ​ຫາ​ກ່ຽວ​ຂ້ອງ​ເຖິງ​ເລື່ອງໂຄ​ສະ​ນາ​ແນວ​ຄິດຂອງ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ເຖິງ​ປະ​ຊາ​ຊົນ​ພາກ​ໃຕ້​ຟິ​ລິບ​ປີນ. ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ຕອນ​ຄ່ຳ​ວັນ​ທີ 11/08, ຢູ່​ນະ​ຄອນ Davao, ທາງ​ພາກ​ໃຕ້​ຟິ​ລິບ​ປີນ, ທ່ານປະ​ທາ​ນາ​ທິບ​ໍ​ດີ Duterte ໃຫ້​ຮູ້​ວ່າ, ທ່ານ​ໄດ້​ຮ​ຽກ​ຮ້ອງກອງ​ທັບ​ກວດ​ກາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ເລື່ອງ​ມີ​ຊາວ​ຕ່າງ​ປະ​ເທດ​ປະ​ກົດ​ຕົວ​ແຕ່ບໍ່​ຖື​ອາ​ວຸດ “ປອມ​ຕົວ​ເປັນ​​ຄູ​ສອນ” ​ຢູ່ Mindanao. ທ່ານປະ​ທາ​ນາ​ທິບ​ໍ​ດີ Duterte ຊີ້​ແຈ້ງວ່​າ, ທ່ານ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ກອງ​ທັບ​ຢັ້ງ​ຢືນ​ເລື່ອງ​ດັ່ງ​ກ່າວ ແລະ ຈັບ​ຕົວ​ທຸກ​ເປົ້າ​ໝາຍດັ່ງ​ກ່າວ ແລະ ຈະເນ​ລະ​ເທດເຂົາ​ເຈົ້າ ຍ້ອນມີ​ບັນ​ດາ​ການ​ກະ​ທຳ​​ຄວາມ​ສະ​ຫງົບ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ