ປະ​ທານ​າ​ທິ​ບໍ​ດີ ສ.ເກົາຫຼີ ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -    ວັນທີ 3 ຕຸລາ, ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ  ໄດ້ແຈ້ງໃຫ້ຊາບວ່າ: ທ່ານປະທານາທິບໍດີ Yoon Suk Yeol ຄາດວ່າ ຈະເດີນທາງໄປປະຕິບັດງານຢູ່ຕ່າງປະເທດ ພາຍໃນ 06 ວັນ, ເລີ່ມແຕ່ວັນທີ 06 ຕຸລາ, ຢ້ຽມຢາມ ຟີລິບປິນ, ສິງກະໂປ ແລະ ເຂົ້າຮ່ວມກອງປະຊຸມສຸດຍດ ອາຊຽນ ຢູ່ ລາວ.
ປະ​ທານ​າ​ທິ​ບໍ​ດີ ສ.ເກົາຫຼີ ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານປະທານາທິບໍດີ Yoon Suk  Yeol (ພາບ: TTXVN)

ທ່ານປະທານາທິບໍດີ Yoon Suk  Yeol ຈະພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr; ໂອ້ລົມສົນທະນາກັບທ່ານນາຍົກລັດຖະມົນຕີ ສິງກະໂປ, Lawrence Wong ແລະ ມີບົດກ່າວປາໄສກ່ຽວກັບວິໄສທັດເອກະພາບຂອງ ສ.ເກົາຫຼີ ໃນເວທີປາໄສຢູ່ ສິງກະໂປ ກ່ອນທີ່ຈະເດີນທາງໄປລາວ ໃນວັນທີ 9 ຕຸລາ.

        ຖັດຈາກນັ້ນ, ວັນທີ 10 ຕຸລາ, ທ່ານປະທານາທິບໍດີ Yoon Suk Yeol ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມ ສຸດຍອດ ອາຊຽນ + 3  ໂດຍມີການເຂົ້າຮ່ວມຂອງ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ; ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ.

        ຢູ່ນອກກອງປະຊຸມສຸດຍອດ ອາຊຽນ, ທ່ານ Yoon Suk Yeol ຈະຈັດ 8 ກອງປະຊຸມສຸດຍອດສອງຝ່າຍ 8 ຄັ້ງ ລວມທັງກອງປະຊຸມສຸດຍອດກັບ ລາວ, ຫວຽດນາມ, ໄທ ແລະ ອາດຈະມີທັງ ຍີ່ປຸ່ນ ນຳອີກ.

ຕອບກັບ

ຂ່າວ/ບົດ​ອື່ນ