ປະ​ທາ​ນາ​ທາ​ບໍ​ດີເພດ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ເມັກ​ຊີ​​ໂກເຂົ້​າ​ພິ​ທີສາ​ບານ​ຕົວ​ດຳ​ລົງ​ຕຳ​ແໜ່ງ

(VOVWORLD) - ທ່ານນາງ Claudia Sheinbaum ປະທານາທິບໍດີ ຊີ້ແຈ້ງວ່າ ທ່ານນາງຈະຮ່ວມເດີນທາງກັບປະຊາຊົນເມັກຊີໂກ ໃນຄວາມມານະພະຍາຍາມຍົກສູງສິດຜົນປະໂຫຍດ ແລະ ຖານະບົດບາດຂອງແມ່ຍິງ, ຜູ້ທີ່ເຄີບເສຍປຽບໃນສັງຄົມ. 
ປະ​ທາ​ນາ​ທາ​ບໍ​ດີເພດ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ເມັກ​ຊີ​​ໂກເຂົ້​າ​ພິ​ທີສາ​ບານ​ຕົວ​ດຳ​ລົງ​ຕຳ​ແໜ່ງ - ảnh 1ທ່ານນາງ Claudia Sheinbaum ປະທານາທາບໍດີເພດຍິງຄົນທຳອິດໃນປະຫວັດສາດ ເມັກຊີໂກ
(ພາບ: TTXVN)

ວັນທີ 1 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ເມັກຊີໂກ, ທ່ານນາງ Claudia Sheinbaum ໄດ້ປະຕິບັດພິທີສະບານຕົວ ຮັບດຳລົງຕຳແໜ່ງປະທານາທິບໍດີ, ກາຍເປັນປະທານາທິບໍດີ ເພດຍິງຄົນທຳອິດໃນປະຫວັດສາດຂອງ ເມັກຊີໂກ ກໍ່ຄືພາກພື້ນ ອາເມລິກາເໜືອ. ເປີດສາກບົດກ່າວປາໄສຢູ່ພິທີຮັບດຳລົງຕຳແໜ່ງດ້ວຍຖານະເປັນປະມຸກລັດ, ທ່ານນາງ Claudia Sheinbaum ປະທານາທິບໍດີ ຊີ້ແຈ້ງວ່າ ທ່ານນາງຈະຮ່ວມເດີນທາງກັບປະຊາຊົນເມັກຊີໂກ ໃນຄວາມມານະພະຍາຍາມຍົກສູງສິດຜົນປະໂຫຍດ ແລະ ຖານະບົດບາດຂອງແມ່ຍິງ, ຜູ້ທີ່ເຄີບເສຍປຽບໃນສັງຄົມ. ນອກຈາກນັ້ນ, ໃນອາຍຸການດຳລົງຕຳແໜ່ງທີ່ແກ່ຍາວຮອດປີ 2030, ທ່ານນາງຈະສຸມໃສ່ບັນດານະໂຍບາຍໜູນຊ່ວຍສັງຄົມ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ຮັກສາເສດຖະກິດເປັນປົກກະຕິ. ເມື່ອເຕື້ອງເຖິງການລົງທຶນ, ທ່ານນາງ Sheinbaum ຢັ້ງຢືນວ່າ ບັນດາວິສາຫະກິດພາຍໃນປະເທດ ກໍ່ຄື ສາກົນ ມີຄວາມອຸ່ນອຽນໃຈຕໍ່ບັນດາບ້ວງເງິນລົງທຶນຢູ່ ເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ