ປາກິດສະຖານສິ້ນສຸດບັ້ນຮົບກອບກູ້ເອົາຊີວິດຕົວປະກັນຢູ່ໂຮງຮຽນຕຳຫຼວດ

ປາກິດສະຖານສິ້ນສຸດບັ້ນຮົບກອບກູ້ເອົາຊີວິດຕົວປະກັນຢູ່ໂຮງຮຽນຕຳຫຼວດ - ảnh 1
ປາກິດສະຖານສິ້ນສຸດບັ້ນຮົບ
ກອບກູ້ເອົາຊີວິດຕົວປະກັນຢູ່ໂຮງຮຽນຕຳຫຼວດ
(ພາບ: AFP/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/10, ກອງ​ທັບ​ປາ​ກິດ​ສະ​ຖານ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ເຮືອ​ບິນ​ເອ​ລີ​ກອບ​ເຕີ ໄດ້​ສິ້ນ​ສຸດບັ້ນ​ຮົບກອບ​ກູ້​ເອົາ​ຊີ​ວິດ​ຕົວ​ປະ​ກັນທີ​ມີ​ຂອບ​ຂະ​ໜາດ​ໃຫຍ່ ພາຍ​ຫຼັງ​ທີ່​ບັນ​ດາ​ມື​ປືນ​ໂດຍບໍ່​ເຜີຍ​ຊື່ ໄດ້​ບຸກ​ໂຈມ​ຕີ ແລະ ຈັບ​ຕົວ​ປະ​ກັນ​ຢູ່​ວິ​ທະ​ຍາ​ໄລ​ຕຳ​ຫຼວດ Balochistan. ຢ່າງ​ໜ້ອຍ​ສຸດ​ມີ 20 ຄົນ ໄດ້​ຢືນ​ຢັນ​ວ່າ​ຖືກ​ເສ​ຍ​ຊີ​ວິດ ແລະ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້​ນ​ຕື່ມ. ຕຳ​ຫຼວດ​ໃຫ້​ຮູ້​ວ່າ ມີນັກ​ຮ​ຽ​ນ ແລະ ຄ​ູ​ອາ​ຈານ​ແຕ່ 500 – 700 ຄົນ​ມີ​ໜ້າ​ຢູ່​ທີ່ນີ້ ​ໃນ​ຂະ​ນະ​ທີ່​ເກີດ​ເຫດ​ບຸກ​ໂຈມ​ຕີ.

        ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ, ມີ​ມື​ປືນ 5 – 6 ຄົນ​ເຂົ້າ​ຮ່ວມ​ເຫດ​ບຸກ​ໂຈມ​ຕີ​ວິ​ທະ​ຍາ​ໄລ​ຕຳ​ຫຼວດ Balochistan ນີ້. ເຫດ​ບຸ​ກ​ໂຈມ​ຕີ​ເລີ່ມ​ແຕ່​ເວ​ລາ 1 ໂມງ 30 ນາ​ທີ ວັນ​ທີ 25/10 (ຕາມ​ເວ​ລາ​ຮ່າ​ໂນ້ຍ). ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ມີ​ກຸ່ມ​ໄດ​ກ່າ​ວ​ຮັບ​ຜິ​ດ​ຊອບ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ເທື່ອ.

ຂ່າວ/ບົດ​ອື່ນ