
ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມແລກປ່ຽນ
ຄຳເຫັນກັບຜູ້ແທນ
ພາບ: vov
|
(vovworld)- ການປ່ຽນໃຫມ່ຊັບພະຍາກອນມະນຸດຂະແຫນງສາທາລະນະສຸກມີລະດັບປະລິຍາຕີຂຶ້ນໄປ ດ້ວຍຈຸດໝາຍຍົກສູງຄຸນນະພາບແຫ່ລງຊັບພະຍາກອນມະນຸດໃຫ້ຂະແຫນງສາທາລະນະສຸກແມ່ນຫນ້າທີ່ຈຳເປັນທີ່ສຸດ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ເນັ້ນຫນັກຄືດັ່ງກ່າວທີ່ການປະຊຸມກ່ຽວກັບການປ່ຽນໃຫມ່ວຽກງບຳລຸງສ້າງແຫລ່ງຊັບພະຍາກອນມະນຸດຂະແຫນງສາທາລະນະສຸກ ຊື່ງດຳເນີນໄປໃນຕອນເຊົ້າວັນທີ 29/5 ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເຫນີ: ກະຊວງສາທາລະນະສຸກ ຄວນສືບຕໍ່ກວດກາບັນດາໂຮງຮຽນການແພດ ເພື່ອຮັບປະກັນຄຸນນະພາບບຳລຸງສ້າງ. ທີ່ການປະຊຸມ, ບັນດາຜູ້ແທນສຸມໃສ່ປຶກສາຫາລື ແລະ ສະເຫນີບາງມາດຕະການກ່ຽວກັບການບໍລິຫານລັດສຳລັບການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດຂະແຫນງສາທາລະນະສຸກ ເພື່ອປະຕິບັດຈຸດໝາຍຍົກສູງຄຸນນະພາບການບຳລຸງສ້າງຊັບພະຍາກອນມະນຸດ ແລະ ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບສາກົນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຮັບປະກັນຄຸນນະພາບເບິ່ງແຍງ, ສົ່ງເສີມສຸຂະພາບຂອງປະຊາຊົນ.