ຜູ້ອຳນວຍການຝ່າຍບໍລິຫານ IMF ກ່າວເຕືອນວິກິດການ ຢູແກຼນ ແລະ ໄພເງິນເຟີ້ພວມນາບຂູ່ເສດຖະກິດທົ່ວໂລກ
(VOVWORLD) -ທ່ານນາງ Georgieva ກໍ່ຮຽກຮ້ອງໃຫ້ມີຂໍ້ລິເລີ່ມຫຼາຍຝ່າຍ ເພື່ອແນໃສ່ເພີ່ມທະວີການຄ້ຳປະກັນທັນຍາຫານ ໃນສະພາບທີ່ລາຄາອາຫານເສີມ ແລະ ສາລີ ພວມເພີ່ມຂຶ້ນ ແລະ ແຫຼ່ງສະໜອງຢູ່ ອາບຟຼິກກາ ແລະ ພາກ ຕາເວັນອອກ ກາງພວມໝົດກ້ຽງ.
ທ່ານນາງ Kristalina Georgieva ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF)
(ພາບ: AFP/TTXVN)
|
ວັນທີ 14 ເມສາ, ທ່ານນາງ Kristalina Georgieva ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນວ່າ ວິກິດການຢູແກຼນ ພວມເຮັດໃຫ້ແງ່ຫວັງດ້ານເສດຖະກິດຕໍ່ບັນດາປະເທດເກືອບທັງໝົດໃນໂລກອ່ອນຕົວລົງ. ທ່ານນາງ Kristalina Georgieva ກໍ່ຖື ໄພເງິນເຟີ້ຢູ່ລະດັບສູງ ແມ່ນຄວາມສ່ຽງອັນຕະລາຍຢ່າງຈະແຈ້ງ ຕໍ່ພື້ນຖານເສດຖະກິດທົ່ວໂລກ ໃນປັດຈຸບັນ.
ທ່ານນາງ Kristalina Georgieva ໃຫ້ຮູ້ວ່າ ສົງຄາມຂອງລັດເຊຍ ຢູ່ຢູແກຼນແມ່ນໜຶ່ງໃນປັດໄຈທີ່ເຮັດໃຫ້ພື້ນຖານເສດຖະກິດຂອງ 143 ປະເທດຫຼຸດລະດັບ ເຖິງວ່າ ເສດຖະກິດຢູ່ຫຼາຍປະເທດ ຍັງສືບຕໍ່ມີການເຕີບໂຕ. ວິກິດການ ຢູແກຼນ ກໍ່ເຮັດໃຫ້ການຄ້າທົ່ວໂລກ ທາງດ້ານພະລັງງານ, ທັນຍາຫານ, ອາຫານເສີມຂາດວັກຂາດຕອນ ແລະ ໄພນາບຂູ່ອາດຈະເກີດການຂາດດຸນທັນຍາຫານຢູ່ອາບຟຼິກກາ ແລະ ພາກຕາເວັນອອກກາງ.
ທ່ານນາງ Georgieva ກໍ່ຮຽກຮ້ອງໃຫ້ມີຂໍ້ລິເລີ່ມຫຼາຍຝ່າຍ ເພື່ອແນໃສ່ເພີ່ມທະວີການຄ້ຳປະກັນທັນຍາຫານ ໃນສະພາບທີ່ລາຄາອາຫານເສີມ ແລະ ສາລີ ພວມເພີ່ມຂຶ້ນ ແລະ ແຫຼ່ງສະໜອງຢູ່ ອາບຟຼິກກາ ແລະ ພາກຕາເວັນອອກກາງ ພວມໝົດກ້ຽງ.