ຝູງກ່ຳປັ່ນເດີ່ນບິນ USS Nimitz ຂອງອາເມລິກາເລີ່ມຕົ້ນບັ້ນຮົບຕ້ານ IS ຢູ່ຊີຣີ,ອິຣັກ

(VOVWORLD) -ວັນທີ 31 ກໍລະກົດ, ທະຫານເຮືອອາເມລິກາ ແຈ້ງໃຫ້ຊາບວ່າ, ຝູງກ່ຳປັ່ນເດີ່ນບິນບຸກໂຈມຕີ USS Nimitz ພວມເຄື່ອນໄຫວຢູ່ເຂດອ່າວເປີເຊຍ ໄດ້ເຂົ້າຮ່ວມບັ້ນຮົບບຸກໂຈມຕີທາງອາກາດຕ້ານຄືນອົງການ IS ຢູ່ຊີຣີ ແລະ ອີຣັກ.

ຝູງກ່ຳປັ່ນເດີ່ນບິນ USS Nimitz ຂອງອາເມລິກາເລີ່ມຕົ້ນບັ້ນຮົບຕ້ານ IS ຢູ່ຊີຣີ,ອິຣັກ - ảnh 1ກ່ຳປັ່ນເດີ່ນບິນ USS Nimitz

(ພາບປະກອບ: THX/TTXVN)

ໃນແຈ້ງການທາງສື່ມວນຊົນ, ທະຫານເຮືອອາເມລິກາ ຊີ້ແຈ້ງວ່າ, ເລື່ອງຜັນຂະຫຍາຍຝູງກ່ຳປັ່ນເດີ່ນບິນບຸກໂຈມຕີ USS Nimitz (CVN 68) ໄປເຖິງເຂດເຄື່ອນໄຫວຂອງແມ່ທັບເຮືອ 5 ຈະໜູນຊ່ວຍບັ້ນຮົບ “Inherent Resolve”, ພ້ອມທັງແມ່ນສັນຍານຊີ້ໃຫ້ເຫັນຄຳໝັ້ນສັນຍາຂອງອາເມລິກາ ໃນການບຸກຕີ ແລະ ດັບສູນ IS ໃຫ້ປະລາໄຊ.. ຄຽງຂ້າງເລື່ອງບຸກໂຈມຕີ IS ແລ້ວ, ຝູງກ່ຳປັ່ນ USS Nimitz ກໍຈະດຳເນີນການເຄື່ອນໄຫວປ້ອງກັນຄວາມສະຫງົບໃນການເດີນທະເລ ເພື່ອແນໃສ່ເຮັດໃຫ້ບັນດາປະເທດພັນທະມິດອຸ່ນອ່ຽນໃຈ, ປົກປ້ອງຄວາມເສລີໃນການເດີນທະເລ ກໍຄືຮັກສາການເຄື່ອນໄຫວແລກປ່ຽນການຄ້າເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ