(vovworld) – ວັນທີ 26/01, ຮອບເຈລະຈາໃໝ່ລະຫວ່າງບັນດາຝ່າຍທີ່ເປັນປໍລະປັກຕໍ່ກັນໄດ້ຮັບການເຊື່ອມຕໍ່ຢູ່ເຊີແນວ, ປະເທດສະວິດ, ໃນສະພາບທີ່ປະເທດອາຟະລິກາເໜືອ ນີ້ສືບຕໍ່ຕົກໃນສະພາບຂາດສະຖຽນລະພາບ. ເຂົ້າຮ່ວມການເຈລະຈາຄັ້ງນີ້, ນອກຈາກບັນດາຜູ້ຕາງໜ້າພັກຝ່າຍການເມືອງ ຍັງມີຜູ້ຕາງໜ້າຂອງຫຼາຍອົງການຈັດຕັ້ງພົນລະເມືອງຢູ່ລີບີ. ແຕ່ວ່າ, ສຳພັນທະມິດອິດສະລາມ Fajr Libia, ຊຶ່ງເຄີຍຍາດສິດຄວບຄຸມນະຄອນຫຼວງ Tripoli ແຕ່ລະດູຮ້ອນປີ 2014 ບໍ່ຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມ. ຮອບເຈລະຈາຖືກດຳເນີນໄປພາຍຫຼັງຄະນະປະຕິບັດງານໜູນຊ່ວຍຂອງສະຫະປະຊາຊາດປະຈຳລີບີ (UNSMIL) ຮຽກຮ້ອງໃຫ້ທຸກໆຝ່າຍ “ຈົ່ງເຂົ້າຮ່ວມການເຈລະຈາບົນຈິດໃຈເປີດເຜີຍ ແລະ ໄກ່ເກ່ຍເພື່ອຜົນປະໂຫຍດແຫ່ງຊາດສູງສຸດຂອງປະຊາຊົນລີບີ”. UNSMIL ກໍ່ໃຫ້ຮູ້ວ່າ, ຈະຈັດກອງປະຊຸມອື່ນຢູ່ເຊີແນວ ໃນອາທິດນີ້ ເພື່ອແນໃສ່ຊ່ວຍໃຫ້ຜູ້ຕາງໜ້າສະພາທ້ອງຖິ່ນຈາກບັນດານະຄອນ, ເທດສະບານເມືອງໃນທົ່ວປະເທດລີບີ ປຶກສາຫລືກ່ຽວກັບການ “ສ້າງບັນດາມາດຕະການ ແລະ ວິທີປະຕິບັດ”…