ພັກກອມມູນິດສະວິດ ແລະ ພັກແຮງງານສະວິດ ສົ່ງຈົດໝາຍອວຍພອນເຖິງພັກກອມມູນິດຫວຽດນາມ

(VOVWORLD) -ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19.
ພັກກອມມູນິດສະວິດ ແລະ ພັກແຮງງານສະວິດ ສົ່ງຈົດໝາຍອວຍພອນເຖິງພັກກອມມູນິດຫວຽດນາມ - ảnh 1(ພາບປະກອບ: TTXVN)

ເນື່ອງໃນໂອກາດຫວຽດນາມ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ພັກກອມມູນິດສະວິດ ແລະ ພັກແຮງງານສະວິດ ໄດ້ສົ່ງຈົດໝາຍອວຍພອນ.

 ໃນຈົດໝາຍ, ທ່ານເລຂາທິການໃຫຍ່ພັກກອມນູນິດສະວິດ Massimiliano Ay, ຢືນຢັນວ່າ, ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19. ພັກກອມມູນິດສະວິດ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກ, ປາດຖະໜາຢາກເພີ່ມທະວີ ແລະ ເປີດກວ້າງການພົວພັນຮ່ວມມືລະຫວ່າງ 2 ຝ່າຍກວ່າອີກ.

ສ່ວນທ່ານເລຂາທົ່ວປະເທດ, ກຳມາທິການຄະນະຊີ້ນຳພັກແຮງງານສະວິດ Siro Torrean ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຢືນຢັນທີ່ຕັ້ງບົນເວທີສາກົນ ຄືດັ່ງປະເທດເອກະລາດ, ມີປະຊາທິປະໄຕ ແລະ ໄດ້ຮັບຄວາມເຄົາລົບ. ພັກແຮງງານສະວິດ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ບັນດາການປະພຶດທີ່ສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງພັກກອມມູນິດຫວຽດນາມ ສຳລັບພັກແຮງງານສະວິດ ຜ່ານການມອບຜ້າອັດປາກ-ອັດດັ່ງໃນການສະກັດກັ້ນໂລກລະບາດໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ