ພັກ,ລັດຈະສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລ,ປົກປ້ອງເດັກນ້ອຍ

ພັກ,ລັດຈະສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລ,ປົກປ້ອງເດັກນ້ອຍ - ảnh 1
(ທ່ານນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ
ພົບ​ປະສັງ​ສັນ​ກັບຄະ​ນະຜູ້​ແທນ​ສະ​ມາ​ຄົມ​ປົກ​ປ້ອງ​ສິດ​ເດັກ​​ນ້ອຍ​ຫວຽດ​ນາມ)


(vovworld) - ຕ​ອນ​ເຊົ້າ​ວັນ​ທີ 16/1, ຢູ່ ຮ່າ​ໂນ້ຍ, ທ່ານນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດໄດ້ພົບ​ປະສັງ​ສັນ​ກັບຄະ​ນະຜູ້​ແທນ​ສະ​ມາ​ຄົມ​ປົກ​ປ້ອງ​ສິດ​ເດັກ​​ນ້ອຍ​ຫວຽດ​ນາມ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ ພັກ, ລັດຈະ​ສືບ​ຕໍ່​ເອັ​ໃຈ​ໃສ່​ບັນ​ດາ​ການ​ເຄື່ອ​ນ​ໃຫວ​ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍຢ່າງ​ໃກ້​ຊິດ​ຕິດ​ແທດກວ່າ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດສະ​ເໜີອຳ​ນາດ​ການ​ປົກ​ຄອງ, ​ຄະ​ນະ​ພັກ​ທູກຂັ້ນ, ແນວ​ໂຮມ​ປະ​ເທດ​ຊາດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ບັນ​ດາ​ຜູ້ໃຈບຸນໃຈກຸສົນສືບ​ຕໍ່ຮ່ວມແຮງຮ່ວມໃຈ​ເບິ່ງ​ແຍງເດັກ​ນ້ອ​ຍ​ທີປະສົບກັບຄວາມຫຍຸ້ງຍາກຫຼາຍ​ກວ່າ​ອີກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ, ​ອຸ່ມ​ຊູ​ຊ່ວຍ​ເຫຼືອ, ປະ​ກອບ​ສ່ວນ​ຊ່ວຍພວກ​ນ້ອງ​ນ້ອຍ​ປະ​ຕິ​ບັດໄດ້​ຄວາມໄຝ່ຝັນຂອງ​ຕົນ.

         ທີ່ການ​ພົບ​ປະສັງ​ສັນ, ທ່ານນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ໄດ້ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ ແລະ ປຸກລະດົມໃນ​ທົ່ວ​ປະ​ເທດ ສືບ​ຕໍ່ເບິ່ງແຍງດູແລ ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ໃຫ້ຄົນ​ທູກ​ຍາກ, ໃນ​ນັ້ນ​ມີ ເດັກ​ນ້ອຍ​ທີ່​ທູກ​ຍາກ, ເພື່ອໃຫ້​ຜູ້​ໃດກໍ່​ໄດ້​ຕ້ອນ​ຮັບບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຢ່າງອົບ​ອຸ່ນ ເບີກບານມ່ວນຊື່ນ.

ຂ່າວ/ບົດ​ອື່ນ