ພິທີມອບລາງວັນ ຕຸມດອກບົວຄຳ 2014 ໃຫ້ຮູບເງົາເລື່ອງສັ້ນ

ພິທີມອບລາງວັນ ຕຸມດອກບົວຄຳ 2014 ໃຫ້ຮູບເງົາເລື່ອງສັ້ນ  - ảnh 1
(ຕຸມ​ດອກ​ບົວຄຳ 2014)

(vovworld) –  ຕອນ​ຄໍ່​າວັນ​ທີ 03/08, ພິທີ​ມອບ​ລາງວັນຕຸມ​ດອກ​ບົວຄຳ 2014​ ​ໃຫ້ຮູບ​ເງົາ​ເລື່ອງສັ້ນ​ປະຈຳ​ປີ  ດ້ວຍ​ຫົວ​ຂໍ້​ວ່າ  “​ບ່ອນ​ເກີດ​ຄື້ນ” ​ໄດ​້ດຳ​ເນີນ​​ຢູ່​ຮ່າ​​ໂນ້ຍ. ຕຸມ​ດອກ​ບົວຄຳ ​ແມ່ນ​ລາງວັນສຳ​ລັບຮູບ​ເງົາ​ເລື່ອງສັ້ນທີ່​ສະ​ຫງວນ​ໃຫ້​​ແກ່ນັກຮຽນຂອງ​ໂຄງການ “ພວກ​ເຮົາຖ່າຍ​ທຳ​ຮູບ​ເງົາ”, ​ເຊິ່ງ​ແມ່ນປະຊາ​ຄົມ​ຖ່າຍ​ທຳ​ຮູບ​ເງົາໜຸ່ມ​ທີ່ໃຫ່ຍກວ່າ​ໝູ່​ຢູ່​ຫວຽດນາມ, ​ໂດຍ​ສູນ​ໜູນຊ່ວຍ​ພັດທະນາ​ຜູ້​ມີຄວາມ​ສາມາດ​ດ້ານຖ່າຍ​ທຳ​ຮູບ​ເງົາ TPD ຂຶ້ນ​ກັບສະມາຄົມຮູບ​ເງົາ​ຫວຽດນາມ ຈັດ​ຕັ້ງ. ທີ່​ພິທີ​​ໄດ້ມອບ​ລາງວັນ​ໃຫ້ຮູບ​ເງົາ​ເລື່ອງສັ້ນທີ່ດີ​ເດັ່ນ 6 ​ເລື່ອງ (ເຊິ່ງລວມມີ ຮູບ​ເງົາ​ເອກະສານ​ເລື່ອງ 3 ​ເລື່ອງ ​ແລະ ຟິມຮູບ​ເງົາ 3 ​ເລື່ອງ) ​​ເຊິ່ງ​ໄດ້​ຮັບ​ການ​ຄັດ​ເລືອ​ກຜ່ານ​ການສາຍຟິມ​ເປັນ 3 ຄັ້ງ. ຜູ​້ກຳກັບ ບຸຍທ້າກຈວຽນ, ຮອງ​ຜູ້ອຳ​ນວຍການ​​ສູນ​ໜູນ​ຊ່ວຍ​ພັ​ດທະນາຜູ້​ມີ​ຄວາມ​ສາມ​າດດ້ານ​ຖ່າຍ​ທຳຮູບ​ເງົາ TPD ຕີລາ​ຄາ​ວ່າ.

        “ປີ 2014 ນີ້, ບັນດາ​ຟິມຮູບ​ເງົາ​ເອກະສານ​ລ້ວນ​ແຕ່​​​ແມ່ນ​ຮູບ​ເງົາ​ທີ່​ພວກນັກຮຽນ​ຖ່າຍ​ທຳ​ເທື່ອ​ທຳ​ອິດ ສະ​ນັ້ນມັນ​ຈຶ່ງ​ມີ​ລັກສະນະ​ທຳ​ມະ​ດາ​ຜ່າ​ເຜີຍ, ທັງ​ມີ​ຈຸດ​ດີ, ຈຸດ​ອ່ອນ. ​ແຕ່​ສິ່ງ​ສຳຄັນ​ນັ້ນ​ແມ່ນ ພວກ​ນ້ອງ​ເລີ່​ມກ້າວ​ເຂົ້າ​ເສັ້ນທາງ​ເຊິ່ງພວກ​ນ້ອງ​ມີ​ຄວາມ​ນິຍົມ. ກ່ຽວ​ກັບ​ຮູບ​ເງົາ​ເລື່ອງ, ມີ​ຮູບ​ເງົາ​ບາງ​ເລື່ອງ ພວກ​ນ້ອງ​ບໍ່​ຢາກ​ຖ່າ​ຍທຳ​ຕາມ​​ແບບທຳ​ມະ​ດາ​ອີກ, ຫາກ​ຊອກ​ຫາ​ວີ​ທ​ີ​ຖ່າຍ​ທຳ​ຕາມ​ທິດສະ​ເພາະ​ຂອງ​ຕົນ”.

ຂ່າວ/ບົດ​ອື່ນ