ພິທີອາໄລຫາ ແລະ ເປີດສະຫຼອງຮູບປັ້ນພະພຸດເຈົ້າຊີວິດ ເຈີນເຍີນຕົງ

ພິທີອາໄລຫາ ແລະ ເປີດສະຫຼອງຮູບປັ້ນພະພຸດເຈົ້າຊີວິດ ເຈີນເຍີນຕົງ - ảnh 1

ເປີດສະຫຼອງຮູບປັ້ນພະພຸດເຈົ້າຊີວິດ ເຈີນເຍີນຕົງ
(ພາບ: TTXVN)

(vovworld) – ກ່າວຄຳ​ເຫັນ​ທີ່​ພິທີ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 03/12, ຢູ່​ເຂດ​ປູ​ຊະ​ນິຍະ​ສະ​ຖານ - ທັດ​ສະ​ນີ​ຍະ​ພາບ​ອຽນ​ຕື, ​ແຂວງ​ກວາງ​ນິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶດດາມ ​ເນັ້ນ​ໜັກ​ວ່າ: ພິທີດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໜີ​ປາຍ​ຂອງ​ພັກ, ລັດ​ຫວຽດນາມ ກ່ຽວ​ກັບ​ຄວາມ​ເສລີ​​ໃນການເຫຼື້ອມໃສ, ເຊື່ອ​ຖື ແລະ ​ສະໜັບສະໜູນ​​ສາສະໜາ​ຕ່າງໆພ້ອມ​ກັບ​ລັດ ປະຕິບັດ​ນະ​​ໂຍບາຍຮັກສາສັນຕິພາບ, ປະຊາຊົນ​ມີ​ຄວາມ​ສະຫງົບ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶດດາມ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ພະສົງ​ສຳ​ມະ​ເນັນ, ພຸກ​ທະ​ສາສະ​ນິກກະ​ຊົນ ຈະ​ສືບ​ຕໍ່​ປະຕິ​ບັດ​ໜ້າ​ທີ່​ພົນລະ​ເມືອງ​ເປັນ​ຢ່າງ​ດີ, ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ປະກອບສ່ວນ​ສ້າງ​ປະ​ເທດ​ຊາດ​ຮັ່ງມີ, ເຂັ້ມ​ແຂງ, ຢູ່​ເຢັນ​ເປັນ​ສຸກ.

        ເຈົ້າ​ຊີວິດ - ພະ​ເຈົ້າ ​ເຈີ​ນ​ເຍີນຕົງ (1258 - 1308) ​ໄດ້​ຮັບ​ການ​ຍ້ອງຍໍ​ແມ່ນ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ຜູ້​ທີ່​ໄດ້​ປະກອບສ່ວນ​ສຳຄັນ​ຫຼາຍ​ຢ່າງ​ທັງ 3 ຂົງ​ເຂດ​ແມ່ນ: ສ້າງສາ​ປະ​ເທດ, ປົກ​ປັກ​ຮັກສາ​ປະ​ເທດ, ແມ່ນ​ເຂົ້າ​ຊີວິດ​ອົງ​ໜຶ່ງ​ດຽວ​ທີ່ໄດ້ປະລະ​ບັນ​ລັງ​ເພື່ອ​​ຖືສິນກິນບວດ. ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ແມ່ນ​ຜູ້​ກໍ່​ຕັ້ງນິກາຍ ຈຸກເລີມ ເຊິ່ງແມ່ນນິກາຍທີ່ເຊື່ອມຊຶມ​ລັກສະນະວັດ​ທະນະ​ທຳ​ມະນຸດ​ຢ່າງ​ເລິກ​ເຊິ​ງ, ​ເປັນ​ແນວ​ຄິດ​ສະ​ເພາະ​ຂອງ​ພຸດ​ທະ​ສາສະໜາ​ຫວຽດນາມ.

ຂ່າວ/ບົດ​ອື່ນ