ມົງ​ໂກ​ເລຍ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ

(VOVWORLD) - ມົງໂກເລຍ ຖືເປັນສຳຄັນ ແລະ ປາດຖະໜາຢາກ ຊຸກຍູ້ການຮ່ວມມືກັບ ຫວຽດນາມ, ທ່ານລໍຄອຍການຢ້ຽມຢາມມົງໂກເລຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມໃນໄລຍະຈະມາເຖິງ.
ມົງ​ໂກ​ເລຍ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ມົງໂກເລຍ (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະ ວາລະປຶກສາຫາລື ລວມຂັ້ນສູງ ສະມັດຊາໃຫຍ່ສປຊ ຊຸດທີ 79 ຢູ່ນະຄອນ ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານນາງລັດຖະມົນຕີການຕ່າງປະເທດ ມົງໂກເລຍ.

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີໃຫ້ ສອງຝ່າຍຊຸກຍູ້ການພົວພັນທາງການຄ້າສອງຝ່າຍ, ເປີດກວ້າງການສົ່ງອອກສິນຄ້າປະເພດກະເສດຂອງແຕ່ລະປະເທດ ແລະ ການຮ່ວມມືໃນບັນດາຂົງເຂດໃໝ່ຄື: ບໍ່ແຮ່, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍຍົກລະດັບວົງເງິນການຄ້າສອງສົ້ນຂຶ້ນ 200 ລ້ານ USD. ສ່ວນທ່ານນາງ Batmunkhiin Battsetseg ລັດຖະມົນຕີການຕ່າງປະເທດມົງໂກເລຍ  ຢັ້ງຢືນວ່າ ມົງໂກເລຍ ຖືເປັນສຳຄັນ ແລະ ປາດຖະໜາຢາກ ຊຸກຍູ້ການຮ່ວມມືກັບ ຫວຽດນາມ, ທ່ານລໍຄອຍການຢ້ຽມຢາມມົງໂກເລຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ