(VOVWORLD) -ນັບແຕ່ວັນທີ 15 ມິຖຸນາ ຫາວັນທີ 15 ກັນຍາ 2019, ຄະນະຈັດຕັ້ງໄດ້ຮັບບົດທີ່ສົ່ງມາເຂົ້າຮ່ວມການເສັງກວ່າ 2.000 ບົດຈາກທຸກແທບຖິ່ນໃນທົ່ວປະເທດ.
ພິທີມອບລາງວັນ
(ພາບ: baovanhoa.vn)
|
ຕອນເຊົ້າວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີມອບລາງວັນ 5 ປີວັນນະຄະດີສິລະປະ, ສື່ມວນຊົນດ້ວຍຫົວເລື່ອງກຳລັງປະກອບອາວຸດ ແລະ ສົງຄາມປະຕິວັດ ໄລຍະ 2014 – 2019 ຂອງກະຊວງປ້ອງກັນປະເທດ.
ນັບແຕ່ວັນທີ 15 ມິຖຸນາ ຫາວັນທີ 15 ກັນຍາ 2019, ຄະນະຈັດຕັ້ງໄດ້ຮັບບົດທີ່ສົ່ງມາເຂົ້າຮ່ວມການເສັງກວ່າ 2.000 ບົດຈາກທຸກແທບຖິ່ນໃນທົ່ວປະເທດ. ນີ້ເປັນການເຄື່ອນໄຫວສຸມໃສ່ວັດທະນະທຳ, ວັນນະຄະດີສິລະປະ, ສື່ມວນຊົນ ເພື່ອຮັບຮູ້, ລະດົມກຳລັງໃຈບັນດານັກສິລະປິນ. ພ້ອມທັງເພື່ອໂຄສະນາ, ອະນຸລັກຮັກສາຄຸນຄ່າສິລະປະການປະຕິວັດ, ປະກອບສ່ວນຍົກສູງຊີວິດວັດທະນະທຳທາງດ້ານຈິດໃຈຂອງທະຫານ ແລະ ປະຊາຊົນ. ທ່ານພົນຈັດຕະວາ ເລຊວັນຊາງ, ຮອງຫົວໜ້າກົມໂຄສະນາອົບຮົມ, ຫົວໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ.
“ບັນດາບົດປະພັນສ່ວນຫຼາຍແມ່ນຖືກຕ້ອງຕາມມາດຕະຖານຂອງຄະນະຈັດຕັ້ງ. ບັນດາບົດປະພັນແມ່ນປະພັນກ່ຽວກັບ “ທະຫານລຸງໂຮ່” ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະ ປະຈຸບັນ. ບັນດາບົດປະພັນທີ່ສະເໜີໃຫ້ຮັບລາງວັນນັ້ນໄດ້ພິສູດໃຫ້ເຫັນຄວາມອຸດົມສົມບູນ, ບໍ່ພຽງແຕ່ໃນແງ່ມູມສິລະປະເທົ່ານັ້ນ, ຫາກຍັງມີຄວາມອຸດົມສົມບູນທາງດ້ານເນື້ອໃນ, ສີສັນວັດທະນະທຳຂອງຊາດ, ມູນເຊື້ອທະຫານອີກດ້ວຍ”.
ໃນຄັ້ງນີ້, ຄະນະຈັດຕັ້ງໄດ້ຕົກລົງມອບ 19 ລາງວັນ A, 43 ລາງວັນ B, 60 ລາງວັນ C, 72 ລາງວັນຊົມເຊີຍໃຫ້ບັນດາບົດປະພັນທີ່ດີເດັ່ນ.
ເນື່ອງໃນໂອກາດນີ້, ນັກຂ່າວ ຫງວຽນທິຮ່ວາ, ພະແນກຊົນເຜົ່າ (VOV 4), VOV ກໍ່ໄດ້ຮັບລາງວັນ B.