ມາເລເຊຍ ກຽມພ້ອມຮັບດຳລົງຕຳແໜ່ງປະທານ ອາຊຽນ 2025

(VOVWORLD) - ມາເລເຊຍ ຮັບຮູ້ຢ່າງຈະແຈ້ງໜ້າທີ່ຄວາມຮັບຜິດຊອບເມື່ອຮັບດຳລົງຕຳແໜ່ງປະທານ ອາຊຽນ 2025
ມາເລເຊຍ ກຽມພ້ອມຮັບດຳລົງຕຳແໜ່ງປະທານ ອາຊຽນ 2025 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Mohamad Hasan
(ພາບປະກອບ: Bernama)

        ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ທີ່ພວມຈັດຂຶ້ນຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Mohamad Hasan ຢືນຢັນວ່າ, ປະເທດນີິ້ກຽມພ້ອມຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2025.

        ຕາມທ່ານ Mohamad Hasan ແລ້ວ, ມາເລເຊຍ ຮັບຮູ້ຢ່າງຈະແຈ້ງໜ້າທີ່ຄວາມຮັບຜິດຊອບເມື່ອຮັບດຳລົງຕຳແໜ່ງປະທານ ອາຊຽນ 2025, ສະນັ້ນ, ປະເທດນິີ້ໄດ້ມານະພະຍາຍາມປະຕິບັດບັນດາວຽກງານກະກຽມຮັບໜ້າທີ່. ໃນນັ້ນ, ມາເລເຊຍ ຈະສຸມໃສ່ເຂົ້າເລື່ອງເພີ່ມທະວີບົດບາດຂອງ ອາຊຽນ ໃນການຊຸກຍູ້ການກຳນົດຮູບແບບໃນອະນາຄົດຂອງພາກພື້ນ; ພ້ອມທັງ, ຖືເປັນສຳຄັນເຖິງການປັບປຸງບັນດາຄວາມມຸ່ງຫວັງທົ່ວໂລກ, ບັນດານະໂຍບາຍໂດຍປະຊາຊົນຊຸກຍູ້ ແລະ ບັນດາກົນໄກມຸ່ງໄປເຖິງອະນາຄົດ.

        ທີ່ພິທີອັດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 45 ໃນວັນທີ 11 ຕຸລາ ຈະມາເຖິງ, ມາເລເຊຍ ຈະຮັບດຳລົງຕຳແໜ່ງປະທານ ອາຊຽນ 2025 ຈາກ ລາວ ແລະ ຮັບບົດບາດໜ້າທີ່ນີ້ຢ່າງເປັນທາງການແຕ່ວັນທີ 01 ມັງກອນ 2025.

ຕອບກັບ

ຂ່າວ/ບົດ​ອື່ນ