ລັດເຊຍພ້ອມແລ້ວທີ່ ຈະໜູນຊ່ວຍແກ້ໄຂ ວິກິດການຢູ່ຢູແກຼນ
ການແຫ່ຂະບວນປະທ້ວງຢູ່ຢູແກຼນ
(ພາບ: AFP/TTXVN)
(vovworld)- ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍແກ້ໄຂວິກິດການຢູ່ຢູແກຼນ. ກະຊວງການຕ່າງປະເທດລັດເຊຍ ໄດ້ຍົກອອກຄຳປະກາດດັ່ງກ່າວເມື່ອວັນທີ 19/4 ໂດຍໃຫ້ຮູ້ວ່າ: ວັນທີ 19/4, ທ່ານຮອງ ລັດຖະມົນຕີການຕ່າງປະເທດລັດເຊຍ Grigory Karasin ໄດ້ພົບປະກັບທ່ານ Oleg Sarev ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຢູແກຼນ ຢູ່ມົດສະກູ. ທີ່ການພົບປະ, ທ່ານ Grigory Karasin ຢືນຢັນວ່າ, ລັດເຊຍ ໄດ້ກຽມພ້ອມການໜູນຊ່ວຍທີ່ແຮງທີ່ສຸດທີ່ມີຕໍ່ຢູແກຼນ ແຕ່ລັດເຊຍ ຍັງໃສ່ໃຈວ່າ: ບັນຫາແກ້ໄຂວິກິດການດ້ານການເມືອງພາຍໃນ ຕ້ອງແມ່ນຊາວຢູແກຼນ ຕັດສິນເອງດ້ວຍການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍຕິດຕາມກວດກາພິເສດຂອງອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມືເອີລົບ. ສ່ວນທ່ານ Oleg Sarev ຢືນຢັນວ່າ, ຢາກສຳພັດໂດຍກົງກັບອຳນາດການປົກຄອງປະຈຸບັນຢູ່ກີແອບ ເພື່ອອະທິບາຍຫຼັກໝັ້ນຂອງພາກຕາເວັນອອກ ແລະ ພາກໃຕ້ ຢູແກຼນ ສຳລັບບັນດາບັນຫາຮີບດ່ວນຂອງສັງຄົມຢູແກຼນ.
ກ່ອນໜ້ານັ້ນ, ໃນການໂອ້ລົມສົນທະນາທາງເຄືອຂ່າຍອິນເຕີແນັດໂດຍກົງກັບ ປຊຊ ເມື່ອວັນທີ 17/4, ປະທານາທິບໍດີລັດເຊຍ V.Putin ປະກາດວ່າ: ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບຜູ້ອອກສະໝັກຮັບເລືອກຕັ້ງທຸກທ່ານໃນການເລືອກຕັ້ງປະທານາທິບໍດີຢູ່ ຢູແກຼນ./.