ລັດ​ເຊຍ ຕັດ​ສິນ​ໃຈ​​ປະ​ຕິ​ບັດ​ບັນ​ດາ​ເປົ້​າ​ໝາຍ​ຢູ່ ຢູ​ແກຼນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ຊີ້ແຈ້ງວ່າ ລັດເຊຍ ສຸມໃສ່ບັນດາເປົ້າໝາຍຕົ້ນຕໍຢູ່ ຢູແກຼນ ນັ້ນແມ່ນປົກປ້ອງຄວາມໝັ້ນຄົງໃຫ້ແກ່ສາມັນຊົນ.
ລັດ​ເຊຍ ຕັດ​ສິນ​ໃຈ​​ປະ​ຕິ​ບັດ​ບັນ​ດາ​ເປົ້​າ​ໝາຍ​ຢູ່ ຢູ​ແກຼນ - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ທີ່ກອງປະຊຸມຖະແຫຼງຂ່າວຢູ່ມົດສະກູ (ພາບ: AFP/TTXVN)

  ວັນທີ 1 ພຶດສະພາ, ກ່າວປາໄສໃນຊ່ອງໂທລະພາບ Mediaset ຂອງ ອີຕາລີ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໃຫ້ຮູ້ວ່າ: ກອງທັບປະເທດນີ້ ຈະບໍ່ດັດປັບຫຼາຍການເຄືຶ່ອນໄຫວຂອງເຂົາເຈົ້າ ໃນບັ້ນຮົບການທະຫານພິເສດຢູ່ ຢູແກຼນ ໃນບໍ່ວ່າວັນໃດ, ນັບທັງວັນໄຊຊະນະ ທີ່ຈະຖືກຈັດຂຶ້ນຢູ່ລັດເຊຍ ໃນວັນທີ 9 ພຶດສະພາທີ່ຈະມາເຖິງ. ທ່ານກໍ່ເນັ້ນໜັກວ່າ ລະດັບຄວາມໄວຂອງບັ້ນຮົບຢູ ຢູແກຼນ “ກ່ອນອື່ນໝົດແມ່ນຂຶ້ນກັບຄວາມຕ້ອງການຫລຸດຜ່ອນຄວາມສ່ຽງສຳລັບສາມັນຊົນ ແລະ ທະຫານລັດເຊຍ”.

   ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ຊີ້ແຈ້ງວ່າ ລັດເຊຍ ສຸມໃສ່ບັນດາເປົ້າໝາຍຕົ້ນຕໍຢູ່ ຢູແກຼນ ນັ້ນແມ່ນປົກປ້ອງຄວາມໝັ້ນຄົງໃຫ້ແກ່ສາມັນຊົນ ແລະ ທ່ານເນັ້ນໜັກວ່າ ລັດເຊຍ ຢາກຮັບປະກັນຄວາມໝັ້ນຄົງໃຫ້ ປຊຊ ຢູ່ ຢູແກຼນຕາເວັນອອກໝົດທຸກຄົນ “ເພື່ອເຂົາເຈົ້າບໍ່ຖືກນາບຂູ່ຍ້ອນການຫັນເປັນທະຫານ ແລະ ປອດນິວເຄຼຍຢູ່ປະເທດນີ້ ແລະ ບໍ່ມີໄພນາບຂູ່ໃດ ສຳລັບຄວາມໝັ້ນຄົງຂອງລັດເຊຍ ຈາກເຂດດິນແດນຢູແກຼນ”.

ຕອບກັບ

ຂ່າວ/ບົດ​ອື່ນ