ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາຢ່າງຈິງຈັງກັບ ອາເມລິກາ ກ່ຽວກັບການແລກປ່ຽນນັກໂທດ
(VOVWORLD) -ຝ່າຍ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາຢ່າງຈິງຈັງກັບ ອາເມລິກາ ກ່ຽວກັບແຜນການລະອຽດເພື່ອແລກປ່ຽນນັກໂທດ.
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: IRNA/TTXVN) |
ວັນທີ 14 ສິງຫາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ຝ່າຍ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາຢ່າງຈິງຈັງກັບ ອາເມລິກາ ກ່ຽວກັບແຜນການລະອຽດເພື່ອແລກປ່ຽນນັກໂທດ. ກ່າວຄຳເຫັນຕໍ່ວົງການສື່ມວນຊົນເມື່ອເຕື້ອງເຖິງນັກທຸລະກິດ Viktor Bout, ເຊິ່ງພວມຖືກຈຳຄຸກ 25 ປີ ຢູ່ ອາເມລິກາ ດ້ວຍຂໍ້ຫາຄ້າຂາຍອາວຸດ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຈລະຈາ ເພື່ອປຶກສາຫາລືກ່ຽວກັບແຜນການລະອຽດໃນການແລກປ່ຽນນັກໂທດ.
ກ່ອນໜ້ານັ້ນ, ວໍຊິງຕັນ ສະເໜີໃຫ້ ມົດສະກູ ນຳນັກໂທດທີ່ເປັນນັກທຸລະກິດ Viktor Bout ແລກເອົາ Brittney Griner, ເຊິ່ງຖືກຕັດສິນຈຳຄຸກຢູ່ ລັດເຊຍ ຍ້ອນການຄ້າຂາຍ ແລະ ສະສົມຢາເສບຕິດ ແລະ Paul Whelan ຜູ້ຖືກຕັດສິນຈຳຄຸກຍ້ອນເປັນນັກສືບສອດແນມ. ໃນການເຈລະຈາທາງໂທລະສັບລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນເດືອນກໍລະກົດຜ່ານມາ, ສອງຝ່າຍໄດ້ເຕື້ອງເຖິງ ແລະ ເປັນເອກະພາບນຳກັນວ່າ ມາດຕະການທາງການທູດ ແມ່ນເໝາະສົມທີ່ສຸດເພື່ອແກ້ໄຂບັນຫານີ້.