ລະດົມກຳລັງໃຈ, ມອບຂອງຂວັນໃຫ້ຊາງຕ່າງປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ-19

(VOVWORLD) -ບັນດາຊາວຕ່າງປະເທດອາໄສຢູ່ບໍລິເວນນີ້ຈະສືບຕໍ່ສະໜັບສະໜູນບັນດາແຜນນະໂຍບາຍຂອງນະຄອນ ໂຮ່ຈີມິນ ແລະ ເຄົາລົບບັນດາຂໍ້ກຳນົດຂອງທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ລະດົມກຳລັງໃຈ, ມອບຂອງຂວັນໃຫ້ຊາງຕ່າງປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ-19 - ảnh 1ມອບຂອງຂວັນໃຫ້ຊາງຕ່າງປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ-19
(ພາບ: TTXVN)

ຕອນບ່າຍວັນທີ 19 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນ ທູດຶກ, ນະຄອນໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ແກ່ບັນດາຊາວຕ່າງປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ-19, ທີ່ພວມດຳລົງຊີວິດຢູ່ບໍລິເວນນະຄອນ ທູດຶກ. ທີ່ການພົບປະ, ທ່ານ ເຈິ່ນຮິ້ວເຟືອກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ທູດຶກ ໄດ້ລະດົມກຳລັງໃຈ, ແບ່ງປັນກັບບັນດາຊາວຕ່າງປະເທດພວມອາໄສໃນບໍລິເວນກ່ຽວກັບຄວາມຫຍຸ້ງຍາກເຊິ່ງເຂົາເຈົ້າຕ້ອງປະເຊີນໜ້າໃນໄລຍະຈັດວາງການນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ພ້ອມກັນນັ້ນທ່ານຍັງສະແດງຄວາມປາດຖະໜາວ່າ ບັນດາຊາວຕ່າງປະເທດອາໄສຢູ່ບໍລິເວນນີ້ຈະສືບຕໍ່ສະໜັບສະໜູນບັນດາແຜນນະໂຍບາຍຂອງນະຄອນ ໂຮ່ຈີມິນ ແລະ ເຄົາລົບບັນດາຂໍ້ກຳນົດຂອງທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ການນຳນະຄອນ ທູດຶກ ໄດ້ມອບຂອງຂວັນທີ່ມີມູນຄ່າ 2,5 ລ້ານດົ່ງ (ລວມທັງເງິນສົດ ແລະ ສິນຄ້າທີ່ຈຳເປັນ) ໃຫ້ແກ່ບັນດາຊາວຕ່າງປະເທດພວມດຳລົງຊີວິດຢູ່ບໍລິເວນນະຄອນ ທູດຶກ.

ຕອບກັບ

ຂ່າວ/ບົດ​ອື່ນ