
ກອງປະຊຸມກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ |
(vovworld)- ຕາມບົດລາຍງານດ່ວນຂອງຫ້ອງການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ, ໄລຮອດຕອນເຊົ້າວັນທີ 16/10, ໄພນ້ຳຖ້ວມໃນຊຸມມື້ທີ່ຜ່ານມາຢູ່ບັນດາແຂວງພາກກາງລວມມີ : ແທງຮ້ວາ, ເງະອານ, ຮ່າຕິ້ງ, ກວາງບີງ, ກວາງຈິ, ເທື່ອທຽນເຫ້ວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ, 9 ຄົນຫາຍສາບສູນ, 18 ຄົນໄດ້ຮັບບາດເຈັບ. ໄພນ້ຳຖ້ວມກໍໄດ້ເຮັດໃຫ້ເຮືອນ 7 ຫຼັງຖືກເພພັງ, ຍອດຈຳນວນເຮືອນທີ່ຍັງຖືກນ້ຳຖ້ວມໃນປະຈຸບັນແມ່ນເກືອບ 100.000 ຫຼັງ; ເນື້ອທີ່ນາຖືກນ້ຳຖ້ວມເກືອບ 1.600 ແຮກຕາ, ພືດສຳຮອງຖືກນ້ຳຖ້ວມເກືອບ 10.000 ແຮກຕາ. ເສັ້ນທາງຫຼວງ, ເສັ້ນທາງແຂວງຕໍ່ແຂວງ, ເມືອງຕໍ່ເມືອງຫຼາຍສາຍຖືກນ້ຳຖ້ວມ ເຮັດໃຫ້ການຄົມມະນາຄົມຖືກຕັດຂາດ. ຕອນບ່າຍວັນທີ 15/10, ຄະນະປະຕິບັດງານຂອງລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດີງຢຸງ ນຳໜ້າ ໄດ້ລົງໄປຊີ້ນຳ, ຜັນຂະຫຍາຍວຽກງານຮັບມືກັບໄພນ້ຳຖ້ວມຢູ່ແຂວງເທື່ອທຽນເຫ້ວ ແລະ ກວາງບີງ. ກະຊວງປ້ອງກັນປະເທດໄດ້ຈັດສົ່ງກຳລັງໄປຮັບມື ກູ້ໄພກູ້ຊີບຢ່າງທັນການ.
ພ້ອມກັນນັ້ນ, ແຂວງກວ່ງາບີງກໍໄດ້ແຕ່ງຕັ້ງຄະນະປະຕິບັດງານລົງໄປທ້ອງຖິ່ນເພື່ອຊີ້ນຳ, ຜັນຂະຫຍາຍວຽກງານຮັບມືກັບໄພນ້ຳຖ້ວມ.
ຕອນເຊົ້າວັນທີ 16/10, ສະພາກາແດງຫວຽດນາມໄດ້ຕົກລົງຊ່ວຍບັນເທົາທຸກໂດຍດ່ວນລວມມີເຄື່ອງບັນເທົາທຸກ, ເງິນສົດຕົກເປັນມູນຄ່າເກືອບ 2 ຕື້ດົງໃຫ້ແກ່ 4 ແຂວງ: ເງະອານ, ຮ່າຕິ້ງ, ກວາງບີງ ແລະ ກວາງຈິ.