ລາວ-ກຳປູເຈຍ ເປີດນໍາໃຊ້ດ່ານສາກົນ ເພື່ອເຊື່ອມຈອດ ອາຊຽນ-ພາກພື້ນ
ລາວ-ກຳປູເຈຍ ເປີດນໍາໃຊ້ດ່ານສາກົນ
ເພື່ອເຊື່ອມຈອດ ອາຊຽນ-ພາກພື້ນ
(ພາບ: KPL)
ຕາມສຳນັກຂ່າວສານລາວ (KPL). ລາວ-ກໍາປູເຈຍ ຮ່ວມກັນເປີດນໍາໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ລະຫວ່າງສອງປະເທດ ຢ່າງເປັນທາງການ ໃນວັນທີ 10 ມັງກອນ 2017 ນີ້ ຢູ່ເມືອງໂຂງ ແຂວງຈຳປາສັກ ເພື່ອຍົກລະດັບ ດ້ານການພັດທະນາ ເສດຖະກິດ-ສັງຄົມ, ທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ເຊື່ອມຈອດກັບອາຊຽນ ແລະ ພາກພື້ນ ເຊິ່ງພິທີເປີດດັ່ງກ່າວນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ສົມເດັດອັກຄະມະຫາເສນາບໍດີ ເຕໂຈຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ພ້ອມດ້ວຍ ປະຊາຊົນ ຂອງສອງປະເທດ ເຂົ້າຮ່ວມ.
ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ເປັນປະເທດບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ມີຊາຍແດນ ແລະ ແມ່ນໍ້າລຳເຊຕິດຈອດກັນ 535 ກິໂລແມັດ, ນັບ ແຕ່ປີ 2000 ເປັນຕົ້ນມາ ຈົນເຖິງປັດຈຸບັນ ສອງປະເທດ ສາມາດສຳຫລວດ ແລະ ປັກຫລັກໝາຍໄດ້ທັງໝົດ 126 ຫລັກ, ລວມຄວາມຍາວ ທັງໝົດ 465 ກິໂລແມັດ, ກວມເອົາ 87% ຂອງຄາດໝາຍທີ່ວາງໄວ້ ແລະ ອື່ນໆ.
ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ເປັນດ່ານສາກົນແຫ່ງທໍາອິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ, ຜ່ານມາ ເຄີຍເປັນດ່ານທ້ອງຖິ່ນ ແລະ ໄດ້ຍົກລະດັບຂຶ້ນ ເປັນດ່ານສາກົນ ເພື່ອເອື້ອອໍານວຍ ຄວາມສະດວກ ດ້ານການຄ້າ, ການລົງທຶນ, ຄົມມະນາຄົມ, ການທ່ອງທ່ຽວ, ການພັດທະນາ ເສດຖະກິດ-ສັງຄົມ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນແຂວງ ຈຳປາສັກ ແຫ່ງ ສປປ ລາວ ແລະ ແຂວງຊຽງແຕງ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ຍ້ອນເລັ່ງເຫັນຄວາມສໍາຄັນ ຂອງການພັດທະນາ ແລະ ການຮ່ວມມືດັ່ງກ່າວ ລັດຖະບານ ສອງປະເທດ ໄດ້ຕົກລົງຍົກລະດັບ ໃຫ້ເປັນດ່ານສາກົນ, ມາແຕ່ຕົ້ນເດືອນເມສາ 2009 ຈົນມາເຖິງປັດຈຸບັນ ດ້ວຍຄວາມພະຍາຍາມ ຂອງສອງຝ່າຍ ໃນການກະກຽມດ້ານຕ່າງໆ ທັງການກໍ່ສ້າງ ພື້ນຖານໂຄງລ່າງ ແລະ ຂັ້ນຕອນເອກະສານ ລະບຽບການກ່ຽວຂ້ອງ ເພື່ອສ້າງດ່ານແຫ່ງນີ້ ໃຫ້ກາຍເປັນດ່ານສາກົນ ຈົນສຳເລັດ ເຊິ່ງການເປີດດ່ານສາກົນນີ້, ຈັດຂຶ້ນໃນທ່າມກາງ ບັນຍາກາດທີ່ສອງປະເທດ ໄດ້ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຄົບຮອບ 60 ປີ, ທັງເປັນການຕອບສະໜອງ ຄວາມມຸ້ງມາດປາດຖະໜາ ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການຊຸກຍູ້ ສົ່ງເສີມການທ່ອງທ່ຽວ ຂອງສອງປະເທດ ກໍຄື ພາກພື້ນ ແລະ ສາກົນ.
ທ່ານ ນາຍົກລັດຖະມົນຕີ ຍັງກ່າວຕື່ມວ່າ: ດ່ານດັ່ງກ່າວ, ຈະເປັນເສັ້ນທາງເຊື່ອມຕໍ່ ລະຫວ່າງແຂວງຈຳປາສັກ ກັບແຂວງຊຽງແຕງ ແລະ ບັນດາແຂວງຕ່າງໆ ຂອງຣາຊະອານາຈັກ ກຳປູເຈຍ ເຊິ່ງຈະຊ່ວຍ ອຳນວຍຄວາມສະດວກ ໃນການຄ້າຂາຍ ຢູ່ຕາມບໍລິເວນຊາຍແດນ, ສົ່ງເສີມການທ່ອງທ່ຽວ ຂອງແຂວງຈຳປາສັກ ແລະ ການລົງທຶນ ໃນຂົງເຂດຕ່າງໆ ທີ່ແຂວງມີທ່າແຮງ ເຊິ່ງຈະເປັນການ ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໃຫ້ມີຜົນສຳເລັດຕົວຈິງ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນນັບມື້ດີຂຶ້ນ ເທື່ອລະກ້າວ. ນອກນີ້, ຍັງຈະຊ່ວຍຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໂດຍສະເພາະ ແຂວງຈຳປາສັກ ແລະ ແຂວງຊຽງແຕງ ເຊິ່ງຈະປະກອບສ່ວນເຂົ້າໃນ ການສົ່ງເສີມມູນຄ່າການຄ້າ ແລະ ການໄປມາຫາສູ່ກັນ ຂອງນັກທ່ອງທ່ຽວ ກໍຄືປະຊາຊົນສອງຊາດ ຢູ່ຕາມບໍລິເວນຊາຍແດນ ລາວ-ກຳປູເຈຍ ໃຫ້ມີຈຳນວນເພີ່ມຂຶ້ນ, ທັງມີຄວາມສະດວກ, ວ່ອງໄວ, ຂະຫຍາຍຕົວ ແລະ ເປັນລະບົບຍິ່ງໆຂຶ້ນ. ພ້ອມນີ້ ຍັງຈະປະກອບສ່ວນອັນສຳຄັນ ເຂົ້າໃນການເຊື່ອມໂຍງພາຍໃນພາກພື້ນ, ສົ່ງເສີມການເຊື່ອມຈອດ ກັບແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ອັນຈະເປັນການ ປະກອບສ່ວນເຂົ້າໃນ ການປະຕິບັດສັນຍາວ່າດ້ວຍ ການສົ່ງເສີມ ແລະ ອຳນວຍຄວາມສະດວກ ດ້ານການຄ້າ ຢູ່ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ກໍຄືການເຊື່ອມຈອດອາຊຽນ ແລະ ພາກພື້ນ./.