ວົງດົນຕີລອນດອນ Symphony Orchestra ຸຖ່າຍຮູບກັບຄະນະຈັດຕັ້ງ
ພາບ:baonguoilaodong
|
(vovworld)- ວົງດົນຕີປະສານສຽງຂອງລອນດອນປະເທດ ອັງກິດ Symphony Orchestra (LSO) ໄດ້ມາສະແດງໃນຕອນຄ່ຳວັນທີ 4/3 ຢູ່ ອະນຸສາວະລີ ຫລີທາຍໂຕ໋ ທີ່ຮ່າໂນ້ຍ. ລາຍການສິລະປະດັ່ງກ່າວດຳເນີນໄປໃນເວລາ 105 ນາທີ ເລີ່ມຕົ້ນດ້ວຍບົດເພງ “ຕຽນກວນກາ - ເພງເຄື່ອນທັບແລະ ເພງຊາດຫວຽດນາມ”ຂອງນັກດົນຕີ ວັນກາວ. ລາຍການນີ້ແມ່ນນອນໃນລາຍການ Vietnam Airlines Classic – Hanoi Concert 2017 ໂດຍບໍລິສັດໃຫຍ່ການບິນຫວຽດນາມ ສົມທົບກັບນະຄອນຫລວງຮ່າໂນ້ຍ ຈັດຕັ້ງ. ເຂົ້າຮ່ວມລາຍການນີ້ ຜູ້ຊົມຈະໄດ້ສຳຜັດກັບສິ່ງຍອດຢ້ຽມແຫ່ງການສະແດງສິລະປະຂອງຫນຶ່ງໃນຈຳນວນ 5 ວົງດົນຕີທີ່ມີຊື່ສຽງໃນໂລກ. ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 3/3, ທ່ານນາງ Kathryn Mcdowell, ຜູ້ອຳນວຍການບໍລິຫານວົງດົນຕີປະສານສຽງ LSO ໃຫ້ຮູ້ວ່າ:
“ວົງດົນຕີ LSO ຍາມໃດກໍມູ່ງໄປເຖິງຈຸດໝາຍນຳດົນຕີເຖິງຜູ້ຊົມໃນທົ່ວໂລກ ແລະ ພວກຂ້າພະເຈົ້າກໍຢາກນຳສິ່ງນີ້ມາສູ່ຜູ້ຊົມຫວຽດນາມ. ພວກຂ້າພະເຈົ້າຫາກໍ່ສະແດງລາຍການດົນຕີປະສານສຽງຢູ່ກ່າງແຈ້ງທີ່ ລອນດອນ ແລະ ຢາກນຳບັນຍາກາດນັ້ນມາສະແດງຢູ່ຮ່າໂນ້ຍ.” ວົງດົນຕີປະສານສຽງ ລອນດອນ ໄດ້ຮັບການສ້າງຕັ້ງເມື່ອປີ 1904 ແລະ ແມ່ນວົງດົນຕີມີອາຍຸເກົ່າແກ່ກວ່າໝູ່ຢູ່ ລອນດອນ.