ວັນທີ 03 ກັນຍາ: ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 14.922 ຄົນ, ມີ 9.275 ຄົນແມ່ນຕິດແປດໃນຊຸມຊົນ

(VOVWORLD) -ນັບແຕ່ເວລາ 17 ໂມງຂອງວັນທີ 02 ກັນຍາ ຫາເວລາ 17 ໂມງຂອງວັນທີ 03 ກັນຍາ, ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 14.922 ຄົນ
ວັນທີ 03 ກັນຍາ: ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 14.922 ຄົນ, ມີ 9.275 ຄົນແມ່ນຕິດແປດໃນຊຸມຊົນ - ảnh 1(ພາບປະກອບ: TTXVN)

 ແຫຼ່ງຂ່າວໂຄວິດ-19 ໃນວັນທີ 03 ກັນຍາ ຂອງກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 17 ໂມງຂອງວັນທີ 02 ກັນຍາ ຫາເວລາ 17 ໂມງຂອງວັນທີ 03 ກັນຍາ, ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 14.922 ຄົນ, ສະເພາະນະຄອນໂຮ່ຈີມິນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 8.499 ຄົນ, ແຂວງບິ່ງເຢືອງ ມີ 3.676 ຄົນ, ມີ 28 ຄົນແມ່ນມາຈາກຕ່າງປະເທດ, ມີ 9.275 ຄົນຕິດແປດໃນຊຸມຊົນ. ສະນັ້ນ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດເພີ່ມຂຶ້ນ 1.708 ຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 11.344 ຄົນ, ຜູ້ເສຍຊີວິດ 338 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ