ສິ້ນສຸດກອງປະຊຸມຄັ້ງທີ34ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກຸຍບາ
ສິ້ນສຸດກອງປະຊຸມຄັ້ງທີ34ຄະນະກຳມະການ
ລະຫວ່າງລັດຖະບານຫວຽດນາມ-ກຸຍບາ
(ພາບ: TTXVN)
(vovworld) - ວັນທີ 23/11, ກອງປະຊຸມຄັ້ງທີ 34 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ກຸຍບາ ໄດ້ສິ້ນສຸດລົງຢູ່ນະຄອນຫຼວງ ລາຮາວານ ດ້ວຍການລົງນາມໃນຂໍ້ຕົກລົງ 3 ສະບັບ ເພື່ອແນໃສ່ປັບປຸງການພົວພັນ 2 ຝ່າຍໃນບັນດາຂົງເຂດເສດຖະກິດ ແລະ ວິທະຍາສາດ - ເຕັກນິກ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນດ້ານເສດຖະກິດ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ຂອງການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ, ພ້ອມທັງຢືນຢັນວ່າ 2 ຝ່າຍພ້ອມແລ້ວທີ່ຈະສູ້ຊົນເພື່ອມຸ່ງໄປເຖິງຄາດໝາຍນີ້. 2 ຝ່າຍໄດ້ເຫັນດີຈະລົງນາມໃນຂໍ້ຕົກລົງຮ່ວມມືການຄ້າ 2 ຝ່າຍໃນຕົ້ນປີ 2017.
ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ລົງນາມໃນອະນຸສັນຍາກ່ຽວກັບການຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງ 2 ປະເທດ, ພ້ອມທັງເປັນສັກຂີພິຍານພິທີລົງນາມກ່ຽວກັບການສ້າງຕັ້ງບໍລິສັດຮ່ວມທຸລະກິດຜະລິດກາໂຣປູພື້ນ ແລະ ເຄື່ອງສຸຂະພັນຢູ່ກຸຍບາ.