ສ​ປ​ປ. ເກົາຫຼີ ທົດ​ລອງ​ຍິງ​ລູກ​ປຶນ​ໃຫຍ່ອ​າຍ​ພົ່ນ

(VOVWORLD) - ການເຄື່ອນໄຫວທົດລອງກໍເພື່ອແນໃສ່ຢັ້ງຢືນຄືນຄວາມແມ່ນຍຳຂອງລູກປືນໃຫຍ່ອາຍພົ່ນ
ສ​ປ​ປ. ເກົາຫຼີ ທົດ​ລອງ​ຍິງ​ລູກ​ປຶນ​ໃຫຍ່ອ​າຍ​ພົ່ນ - ảnh 1(ພາບເອກະສານ: Yonhap/TTXVN)

ວັນທີ 9 ຕຸລາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ສະຖາບັນວິທະຍາສາດປ້ອງກັນຊາດຂອງປະເທດນີ້ ໄດ້ດຳເນີນການຍິງລູກປືນໃຫຍ່ອາຍພົ່ນໃຫ້ແກ່ລະບົບລູກສອນໄຟເລົາຂະໜາດ 240 mm. ລູກປືນໃຫຍ່ນີ້ມີຄວາມສາມາດບັນຊາໃໝ່.

        KCNA ໃຫ້ຮູ້ວ່າ ເຫດຍິງລູກປືນໃຫຍ່ດັ່ງກ່າວ ໄດ້ດຳເນີນໃນວັນທີ 8 ຕຸລາ, ແຕ່ບໍ່ໄດ້ເຜີຍໃຫ້ຮູ້ສະຖານທີ່ຈະແຈ້ງ. ການເຄື່ອນໄຫວທົດລອງດັ່ງກ່າວ ກໍເພື່ອແນໃສ່ຢັ້ງຢືນຄືນຄວາມແມ່ນຍຳຂອງລູກປືນໃຫຍ່ອາຍພົ່ນທີ່ສາມາດຍິງໄລຍະໄກສຸດ 67 km ພ້ອມທັງກວດກາຄວາມໄວ້ວາງໃຈຂອງລະບົບຍິງອັດຕະໂນມັດ.

ຕອບກັບ

ຂ່າວ/ບົດ​ອື່ນ