ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ກູ້​ໄພ​ກູ້​ຊີບ​ຊາວ​ລີ້​ໄພ ປາ​ແລັດ​ສະ​ຕິນ ຂອງ ສ​ປ​ຊ ຈະ​ແມ່ນ​ເຫດວິ​ນາດ​ຕະ​ກຳ

(VOVWORLD) - ຮ່າງກົດໝາຍຂອງ ອິດສະຣາແອັນ ເພື່ອແນໃສ່ສະກັດກັ້ນອົງການກູ້ໄພກູ້ຊີບຊາວລີ້ໄພ ປາແລັດສະຕິນ ຂອງ ສປຊ (UNRWA) ເຄື່ອນໄຫວຢູ່ເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໄດ້ຮັບການປະກາດໃຊ້ນັ້ນ ຈະແມ່ນເຫດວິນາດຕະກຳ. 
ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ກູ້​ໄພ​ກູ້​ຊີບ​ຊາວ​ລີ້​ໄພ ປາ​ແລັດ​ສະ​ຕິນ ຂອງ ສ​ປ​ຊ ຈະ​ແມ່ນ​ເຫດວິ​ນາດ​ຕະ​ກຳ - ảnh 1ລູກສອນໄຟ ໄດ້ຍິງຈາກ ອີຣານ ເລັ່ງໃສ່ ອິດສະຣາແອັນ ໃນຕອນຄ່ຳວັນທີ 13 ເມສາ 2024 (ພາບ: IRNA/TTXVN)

ວັນທີ 8 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ ຮ່າງກົດໝາຍຂອງ ອິດສະຣາແອັນ ເພື່ອແນໃສ່ສະກັດກັ້ນອົງການກູ້ໄພກູ້ຊີບຊາວລີ້ໄພ ປາແລັດສະຕິນ ຂອງ ສປຊ (UNRWA) ເຄື່ອນໄຫວຢູ່ເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໄດ້ຮັບການປະກາດໃຊ້ນັ້ນ ຈະແມ່ນເຫດວິນາດຕະກຳ. ທ່ານ Antonio Guterres ຖືວ່າ ການສະກັດກັ້ນການເຄື່ອນໄຫວຂອງອົງການ UNRWA ຈະ “ບີບຮັດ” ບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຫຼຸດຜ່ອນຄວາມທຸກລະທົມ ແລະ ຄວາມເຄັ່ງຕຶງຂອງປະຊາຊົນຢູ່ເຂດ ກາຊາ, ກໍຄືທົ່ວເຂດດິນແດນ ປາແລັດສະຕິນ ທີ່ຖືກຢຶດຄອງ. ທ່ານກໍຍົກອອກຄວາມວິຕົກກັງວົນດັ່ງກ່າວ ຕໍ່ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu.

        ອົງການ UNRWA ສວມບົດບາດສຳຄັນໃນການໜູນຊ່ວຍດ້ານການສຶກສາ, ສາທາລະນະສຸກ ແລະ ການຊ່ວຍເຫຼືອຊາວ ປາແລັດສະຕິນ ນັບລ້ານຄົນຢູ່ເຂດ ກາຊາ, ຝັ່ງຕາເວັນຕົກ, ຈໍແດນ, ລີບັງ ແລະ ຊີຣີ. ນັບແຕ່ເມື່ອເກີດການປະທະກັນຢູ່ເຂດ ກາຊາ, ອິດສະຣາແອັນ ໄດ້ຮຽກຮ້ອງຍຸບເລີກອົງການດັ່ງກ່າວເປັນຫຼາຍຄັ້ງແລ້ວ. ເດືອນ ກໍລະກົດ 2024 ສະພາແຫ່ງຊາດ ອິດສະຣາແອັນ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງ ໂດຍຖະແຫຼງວ່າ ອົງການ UNRWA ແມ່ນການຈັດຕັ້ງກໍ່ການຮ້າຍ, ດ້ວຍຄຳກ່າວຫາວ່າ ພະນັກງານອົງການນີ້ຮ່ວມມືກັບບັນດານາຍທະຫານ ຮາມາດ ຢູ່ເຂດ ກາຊາ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ