ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຕັ້ງຕ້ອຍຮັບປີໃໝ່

ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຕັ້ງຕ້ອຍຮັບປີໃໝ່ - ảnh 1
ງານ​ລ້ຽງ​ອວຍພອນ​ລະດູບານ​ໃໝ່ ໂດຍສະຖານທູດຫວຽດນາມ ປະຈຳ ລາຍຈັດຕັ້ງຂຶ້ນ
(ພາບ: Hoàng Chương/Vietnam+)

(vovworld) - ຕອນ​ຄຳ່​ວັນ​ທີ 31/1, ຢູ່​ນະຄອນຫຼວງ ວຽງ​ຈັນ, ສະຖານທູດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ອວຍພອນ​ລະດູບານ​ໃໝ່ ປີ​ມະ​ເສ​ງຂຶ້ນ. ກ່າວ​ຄຳ​ເຫັນ​ໄຂ​ງານ​ລ້ຽງ, ທ່າ​ນ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ຂອບ​ອົກ​ຂອບ​ໃຈ​ພັກ, ລັດ ​ແລະ ປະຊາຊົນ ລາວ​ ບັນດາ​ເຜົ່າ​ທີ່​ໄດ້​ສ້າງ​ເງື່ອນ​ໄຂ ​ແລະ ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຢ່າງ​ບໍ່​ຢຸດ​ຢັ້ງ. ທ່າ​ນ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ຖື​ວ່າ: ​​ປີຜ່ານມາ​ແມ່ນ​ປີ​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຊຶ່ງ​ເປັຮ​ຂີດ​ໝາຍ​ສຳຄັນ​ຂອງ​ທັງ 2 ປະ​ເທດ, ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ສະ​ເຫຼີ​ມສະຫຼອງ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ 2012, 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​​ແລະ ການ​ຮ່ວມ​ມືຮອບດ້ານ. ທ່າ​ນ​ເອກ​ອັກຄະ​ລັດຖະທູດສະ​ແດງ​ຄວາມ​ຫວັງ​ວ່າ: ກ້າວ​ເຂົ້າສູ່​ປີ 2013, ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່ຍູ້​ແຮງ​ໃນ​ທຸ​ກໆ​ຂົງ​ເຂດ ​ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ສ່ວນ​ທ່ານ ຮອງ​ນາຍົກລັດຖະມົນຕີ ສປປ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​​ກ່າວ​ວ່າ:

“​ໃນ​ບັນຍາກາດ​ມ່ວນ​ຊື່ນ​ຄື​ແນວ​ນີ້, ພວກ​ຂ້າພະ​ເຈົ້າ​ຍິ່ງ​ຄິດ​ຮອດ​ຄິດ​ເຖິງ​ປະຊາຊົນ ຫວຽດນາມ, ອ້າຍ​ນ້ອງຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫລ່​ພ້ອມ​ກັນ​ຮ່ວມ​ເປັນ​ຮ່ວມ​ຕາຍຕໍ່ສູ້ ​ແລະ ພ້ອມ​ກັນ​ຕໍ່ສູ້​ເພື່ອ​ຍາດ​​ໄດ້ໄຊຊະນະ. ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ ປີ​ມະ​ເສ​ງ 2013, ຂ້າພະ​ເຈົ້າ​ຫວັງ​ວ່າ 2 ປະ​ເທດ​ພວກ​ເຮົາ​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃຫ້​ສວຍ​ສົດ​ງົດ​ງາມ​ຕະຫຼອດ​ໄປ.”

ຂ່າວ/ບົດ​ອື່ນ