ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ

(VOVWORLD) -ຫວຽດນາມມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 7.663 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນເຖິງ 162.279 ຄົນ.

ນັບແຕ່ເວລາ 18 ໂມງຂອງວັນທີ 23 ສິງຫາ ຫາເວລາ 18 ໂມງຂອງວັນທີ 24 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 10.811 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 14 ຄົນ. ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 369.267 ຄົນ ໃນນັ້ນມີຜູ້ເສຍຊີວິດ 9.014 ຄົນ.

ແລະກໍ່ໃນວັນດຽວກັນ, ຫວຽດນາມມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 7.663 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນເຖິງ 162.279 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ