ສະມາຊິກສະພາແຫ່ງຊາດພັກກຳອຳນາດຍີ່ປຸ່ນຄັດຄ້ານແຜນການຍຸບເລີກສະພາຕຳ່

(vovworld) - ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກ​ປະຊາທິປະ​ໄຕ ຍີ່​ປຸ່ນ (DPJ) ກຳ​ອຳນາດຫລາຍທ່ານ​ໄດ້​ຄັດຄ້ານ​ແຜນການ​ຍຸບ​ເລີກ​ສະພາ​ຕຳ່​ໃນ​ທ້າຍ​ປີ​ນີ້ ຂອງ​ທ່ານ​ນາຍົກລັດຖະມົນຕີ Yoshihiko Noda ຊຶ່ງ​ແມ່ນ​ການ​ກະທຳ​ອາດ​ຈະ​ພາ​ໄປ​ເຖິງ​ການ​ຖົກ​ຖຽງ​ດ້ານ​ການ​ເມືອງ​​ເຮັດ​ໃຫ້​ທ່ານ Noda ຕອ້ງລາອອກ​ຈາກ​ຕຳ​ແຫນ່​ງ. ທ່ານ​ Yoshikatsu Nakayama ປະທານ​ ກຳມາທິການ​ການຕ່າງປະ​ເທດ ສະພາ​ຕຳ່ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ນາຍົກລັດຖະມົນຕີ Noda ຈົ່ງ​ລາ​ອອກ​ຈາກ​ຕຳ​ແຫນ່​ງຖ້າ​ຫາກ​​ທ່ານອະນຸຍາດໃຫ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ. ຕາມ​ທ່ານ Nakayama ​ແລ້ວ, ຖ້າ​ຫາກ​ສະພາ​ຕຳ່​ຖືກ​ຍຸບ​ເລີກ, ພັກ DPJ ຈະ​ບໍ່​ສາມາດ​ຮັກ​ສາດ​ອຳນາດ​ການ​ປົກຄອງ​ໄດ້ ເພາະວ່າ ອັດຕາ​ສ່ວນຜູ້ສະຫນັບສະຫນູນ​​ຄະນະ​ລັກ​ຖະບານ​ພວມ​ຖືກ​ຫລຸດ​ລົງ​ຢ່າງ​ແຮງ. ສະ​ນັ້ນ ວິທີ​ດີ​ທີ່​ສຸດ​ປະຈຸ​ບັນ ​ແມ່ນ​ຕ້ອງເລືອກ​ນາຍົກລັດຖະມົນຕີຄົນ​ໃຫມ່​ເພື່ອປ່ຽນແທນທ່ານ Noda.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ