ສະຫະປະຊາຊາດຮຽກຮ້ອງອິສະຣາແອນແລະປາແລດສະຕີນລະງັບໃຈ
ຊາວ ອິດສະຣາແອນ ເດີນຂະບວນຄັດຄ້ານການເຄື່ອນໄຫວຊອກຫານັກສຶກສາ 3 ຄົນຫາຍສາບສູນ
(ພາບ: AFP/TTXVN)
(vovworld) – ໃນສະພາບການຄວາມສະຫງົບປອດໄພໃນພື້ນທີ່ຕົວຈິງສືບຕໍ່ຜັນແປໄປຢ່າງຮ້າຍແຮງ, ວັນທີ 23/6, ທ່ານຮອງເລຂາທິການໃຫຍ່ ສປຊ Jeffrey Feltman ໄດ້ຮຽກຮ້ອງ ອິດສະຣາແອນ ແລະ ປາແລດສະຕີນ ລະງັບໃຈ, ພ້ອມທັງຊອກຫາມາດຕະການເຊື່ອມຕໍ່ການເຈລະຈາ. ກ່າວຄຳເຫັນຕໍ່ໜ້າສະພາຄວາມໝັ້ນຄົງ ສປຊ, ທ່ານຮອງເລຂາທິການໃຫຍ່ຮັບຜິດຊອບບັນດາບັນຫາການເມືອງ Feltman ຢັ້ງຢືນວ່າ: “ດ້ວຍເລື່ອງບັນດາການເຈລະຈາສັນຕິພາບຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກແຕ່ເດືອນ 4 ຜ່ານມາ ແລະ ໂດຍບໍ່ຫົວຊາຕໍ່ການລະງັບໃຈຂອງທັງ 2 ຝ່າຍ, ສະພາບການໃນພື້ນທີ່ຕົວຈິງປະຈຸບັນນີ້ໄດ້ຮ້າຍແຮງທີ່ສຸດດ້ວຍການຜັນແປຕ່າງໆທີ່ກໍ່ຄວາມຂາດສະຖຽນລະພາບ”. ທ່ານໃຫ້ຮູ້ວ່າ: ບັ້ນເຄື່ອນໄຫວຊອກຫານັກສຶກສາ ອິດສະຣາແອນ ຖືກລອກຈັບຕົວໃນວັນທີ 12/6 ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຍັງຄົງດຳເນີນໄປໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ, ໃນນັ້ນມີເລື່ອງ ອິດສະຣາແອນ ສືບຕໍ່ປະກາດບັນດາເຂດຕັ້ງຖີ່ນຖານຄົງທີ່ໃໝ່, ບັນດາມືປືນ ປາແລດສະຕີນ ໄດ້ຍິງລູກຈະລວດເລັ່ງໃສ່ ອິດສະຣາແອນ ແລະ ຝ່າຍ ອິດສະຣາແອນ ກໍ່ມີປະຕິກິລິຍາໂຕ້ຕອບເຮັດໃຫ້ສະພາບການຢູ່ເຂດ Gazaຂາດສະຖຽນລະພາບ.