ສະເຫຼີມສະຫຼອງວັນ ທັນຍາຫານໂລກ ຄົບຮອບ 33 ປີ

(ພາບ:khoahoc.com.vn )
(vovworld)- ວັນທີ 11/10, ໄດ້ຈັດພິທີສະເຫຼີມສະຫຼອງວັນທັນຍາຫານໂລກຄົບຮອບ 33 ປີ ໂດຍມີການເຂົ້າຮ່ວມຂອງການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ອົງການອາຫານ ແລະ ກະເສດຂອງ ສປຊ (FAO) ປະຈຳຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຫງວຽນທິຊວນທູ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:
“ເນື່ອງໃນໂອກາດສະເຫຼີມສະຫຼອງວັນທັນຍາຫານໂລກຄົບຮອບ 33 ປີ, ຂ້າພະເຈົ້າສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ, ບັນດາຂະແໜງ ແລະ ທົ່ວສັງຄົມ ຈົ່ງສືບຕໍ່ສະຫງວນຄວາມເອົາໃຈໃສ່, ຮ່ວມແຮງຮ່ວມໃຈເຂົ້າຮ່ວມການພັດທະນາເສດຖະກິດກະສິກຳ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຄ້ຳປະກັນສະບຽງອາຫານ, ສ້າງຊົນນະບົດໃໝ່ສຳເລັດຜົນ, ປະກອບສ່ວນນຳປະເທດຊາດກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝໂດຍພື້ນຖານໃນປີ 2020 “.
ທ່ານນາງຫງວຽນທິຊວນທູ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ປາດຖາໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກອົງການອາຫານ ແລະ ກະເສດຂອງ ສປຊ (FAO) ໃນໄລຍະຈະມາເຖິງໃນວຽກງານ ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຕິດພັນກັບການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່.