(VOVWORLD) -ວັນທີ 16 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງຍຸດທະສາດສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030 ໃຫ້ສົມບູນແບບ, ຍຸດທະສາດຮອດປີ 2045” ເຮັດວຽກກັບ ໜ່ວຍງານຮຽບຮຽງການສ້າງແຜນຮ່າງກ່ຽວກັບຮ່າງແຜນຮ່າງຄັ້ງທີ 1.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳ (ພາບ: TTXVN) |
ພາຍຫຼັງມານະພະຍາຍາມເຮັດວຽກ, ເຊື່ອມຊຶມຄຳຮຽກຮ້ອງໃນຕະຫຼອດໄລຍະກວ່າ 10 ເດືອນຜ່ານມາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ໜ່ວຍຮຽບຮຽງການສ້າງແຜນຮ່າງພ້ອມດ້ວຍຄະນະການເມືອງພາຍໃນສູນກາງໄດ້ສົມທົບກັບຫ້ອງວ່າການປະທານປະເທດ, ຫ້ອງວ່າການສູນກາງພັກ ແລະ ນັກຊ່ຽວຊານ, ນັກວິທະຍາສາດໄດ້ກໍ່ສ້າງຮ່າງແຜນຮ່າງຄັ້ງທີ 1 “ແຜນຮ່າງຍຸດທະສາດໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030 ໃຫ້ສົມບູນແບບ, ກຳນົດທິດຮອດປີ 2045” ເພື່ອຍື່ນສະເໜີຕໍ່ຄະນະຊີ້ນຳຖືກຕາມແຜນການ.
ຕາມການຕີລາຄາ, ເນື້ອໃນຮ່າງແຜນຮ່າງໃກ້ຊິດຕິດແທດກັບ ທິດສະດີສ້າງສາປະເທດຊາດ, ລັດຖະທຳມະນູນປີ 2013, ມະຕິສະບັບຕ່າງໆຂອງສູນກາງພັກ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ສະເໜີເນື້ອໃນໃໝ່ອ່ຽມຫຼາຍປະການ, ມີລັກສະນະບຸກທະລຸ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຮງໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບໃນໄລຍະຈະມາເຖິງ.