ຫັນມາດຕະການແກ້ໄຂໃນການພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນເປັນຫຼາຍຮູບຫຼາຍແບບ

(VOVWORLD) -ໃນອາຍຸການນີ້, ສະມາຄົມຈະປະຕິບັດການຫັນມາດຕະການແກ້ໄຂໃນການພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນໃຫ້ເປັນຫຼາຍຮູບຫຼາຍແບບ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.
ຫັນມາດຕະການແກ້ໄຂໃນການພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນເປັນຫຼາຍຮູບຫຼາຍແບບ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 5, ອາຍຸການ 2021 – 2025
(ພາບ: plo.vn)

ວັນທີ 05 ມັງກອນ, ສະຫະສະມາຄົມທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 5, ອາຍຸການ 2021 – 2025. ໃນອາຍຸການນີ້, ສະມາຄົມຈະປະຕິບັດການຫັນມາດຕະການແກ້ໄຂໃນການພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນໃຫ້ເປັນຫຼາຍຮູບຫຼາຍແບບ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ລະອຽດແມ່ນ, ສືບຕໍ່ປະຕິບັດການກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ; ເພີ່ມທະວີການສົມທົບກັບບັນດາພະແນກ, ຂະແໜງການ ຜັນຂະຫຍາຍມາດຕະການໜູນຊ່ວຍວິສາຫະກິດ… ໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນນັ້ນ, ສະຫະສະມາຄົມຈະສືບຕໍ່ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ; ເປັນເຈົ້າການຕິດແທດກັບສະພາບຕົວຈິງ… ເພື່ອນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ສະມາຊິກ, ສ້າງເງື່ອນໄຂໃຫ້ສະມາຊິກ ແລະ ວິສາຫະກິດພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ