ຫວຽດນາມກ່າວປະນາມທຸກການເຄື່ອນໄຫວໃຊ້ຄວາມຮຸນແຮງແລະສວຍໃຊ້ເພື່ອແນໃສ່ສາມັນຊົນ

(VOVWORLD) -ວັນທີ 22 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ, ພາຍໃຕ້ການເປັນປະທານຂອງໂປໂລຍ, ປະທານສະພາຄວາມໝັ້ນຄົງ, ໄດ້ຈັດວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ວ່າ “ປົກປ້ອງສາມັນຊົນໃນການປະທະກັນດ້ວຍອາວຸດ”.

ຫວຽດນາມກ່າວປະນາມທຸກການເຄື່ອນໄຫວໃຊ້ຄວາມຮຸນແຮງແລະສວຍໃຊ້ເພື່ອແນໃສ່ສາມັນຊົນ - ảnh 1ທ່ານນາງ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ

(ພາບປະກອບ: TTXVN)

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນ ແລະ ກ່າວປະນາມທຸກການເຄື່ອນໄຫວໃຊ້ຄວາມຮຸນແຮງ ແລະ ສວຍໃຊ້ເພື່ອແນໃສ່ສາມັນຊົນ, ຄັດຄ້ານການນຳໃຊ້ອາວຸດເກີນຂອບເຂດ ແລະ ຊະຊາຍໃຫ່ບັນດາຮາກຖານພົນລະເຮືອນຄື: ໂຮງຮຽນ, ໂຮງໝໍ ແລະ ບັນດາເຂດຊຸມຊົນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ, ແຕ່ລະປະເທດມີຄວາມຮັບຜິດຊອບໃຫ້ບຸລິມະສິດໃນການປົກປ້ອງປະຊາຊົນຂອງຕົນ ແລະ ແກ້ໄຂການປະທະກັນໃນຂອບເຂດສິດຕັດສິນ, ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບກົດໝາຍວ່າດ້ວຍມະນຸດສະທຳ, ສິດທິມະນຸດສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມທັງເຄົາລົບອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລາດດ້ານການເມືອງຂອງແຕ່ລະປະເທດ.

      ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບການໃຊ້ຄວາມຮຸນແຮງພວມປີນຂັ້ນໄດຢູ່ເຂດ ກາຊາ (ປາແລັດສະຕິນ) ໃນໄລຍະມໍ່ໆມານີ້, ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ, ແກ້ໄຂການປະທະກັນໂດຍສັນຕິວິທີ…

ຕອບກັບ

ຂ່າວ/ບົດ​ອື່ນ