ຫວຽດນາມກ່າວປະນາມຢ່າງຮຸນແຮງການກະທຳເຮັດໃຫ້ຊາວຫວຽດນາມຖືກເສຍຊີວິດແລະຮັບບາດເຈັບຫຼາຍຄົນ

(VOVWORLD) -ໂດຍໄດ້ຮັບຂ່າວກ່ຽວກັບເຫດວາງລະເບີດຢູ່ອີຢິບ ເຊິ່ງເຮັດໃຫ້ຊາວຫວຽດນາມ 3 ຄົນເສຍຊີວິດ ແລະ 12 ຄົນຖືກຮັບບາດເຈັບ

ຫວຽດນາມກ່າວປະນາມຢ່າງຮຸນແຮງການກະທຳເຮັດໃຫ້ຊາວຫວຽດນາມຖືກເສຍຊີວິດແລະຮັບບາດເຈັບຫຼາຍຄົນ - ảnh 1  ຫວຽດນາມ ໂກດເຄືອງ ແລະ ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳທີ່ເຮັດໃຫ້ຊາວຫວຽດນາມ ເສຍຊີວິດ ແລະ ໄດ້ຮັບບາດເຈັບ ຫຼາຍຄົນ

(ພາບ: AP)

ວັນທີ 29 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຟາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງຄອບຄົວບັນດາຜູ້ຖືກເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາອົງການເຈົ້າໜ້າທີ່ກ່ຽວຂ້ອງຢ່າງທັນການ ແລະ ສະຖານທູດຫວຽດນາມ ປະຈຳອີຢິບ ສົມທົບກັບຝ່າຍອີຢິບ ສ້າງທຸກເງື່ອນໄຂ, ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການໜູນຊ່ວຍຂອງຄອບຄົວບັນດາຜູ້ຖືກເຄາະຮ້າຍຫວຽດນາມ ເປັນຢ່າງດີທ່ີສຸດ, ສະໜອງ ວີຊາດ່ວນ ໃຫ້ບັນດາຍາດຕິພີ່ນ້ອງຂອງຜູ້ທີ່ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບໄປອີຢິບ ເພື່ອແກ້ໄຂສິດຜົນປະໂຫຍດໃຫ້ບັນດາຜູ້ປະສົບເຄາະຮ້າຍ.

        ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ໂກດເຄືອງ ແລະ ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳທີ່ເຮັດໃຫ້ຊາວຫວຽດນາມ ເສຍຊີວິດ ແລະ ໄດ້ຮັບບາດເຈັບ ຫຼາຍຄົນ ແລະ ຮຽກຮ້ອງໃຫ້ອີຢິບ ເປີດການສືບສວນໂດຍໄວ, ຊອກຫາ ແລະ ລົງໂທດບັນດາພວກກໍ່ເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວຢ່າງສົມເຫດສົມຜົນ. ຫວຽດນາມ ຮຽກຮ້ອງໃຫ້ລັດຖະບານພ້ອມກັບປະຊາຊົນບັນດາປະເທດຈົ່ງສາມັກຄີກັນຕ້ານຄືນລັດທິກໍ່ການຮ້າຍໂດຍບໍ່ມີການປະໜິປະນອມ ເພື່ອສ້າງຊີວິດທີ່ມີສັນຕິພາບ ແລະ ການໄປມາຢ່າງປອດໄພ, ເສລີໃຫ້ປະຊາຊົນໃນທົ່ວໂລກ. ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຮ່ວມມືຂອງລັດຖະບານ ແລະ ປະຊາຊົນອີຢິບ ໃນການໜູນຊ່ວຍປິ່ນປົວ ແລະ ປົກປ້ອງພົນລະເມືອງຫວຽດນາມ ຖືກບຸກໂຈມຕີໃນເຫດການດັ່ງກ່າວ.

        ກ່ອນໜ້ານັ້ນ, ຕາມການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວປົກປ້ອງພົນລະເມືອງຫວຽດນາມ, ສົມທົບກັນກູ້ຊ່ວຍປິ່ນປົວຜູ້ຖືກເຄາະຮ້າຍ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າໄປຍັງອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ