(vovworld) - ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂອງລະບົບສິດທິມະນຸດ, ນີ້ແມ່ນຄຳຢືນຢັນຂອງທ່ານ Dennis Curry, ຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດປະຈຳຫວຽດນາມ (UNDP) ທີ່ “ການໂອ້ລົມສົນທະນາເນື່ອງໃນໂອກາດວັນສິດທິມະນຸດໂລກ”, ໂດຍສະຖາບັນການທູດ, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບ UNDP ຈັດຕັ້ງໃນວັນທີ 10/12, ຢູ່ຮ່າໂນ້ຍ. ທ່ານ Dennis Curry ໄດ້ຫວນຄືນບັນດາໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ຄື: ຮັບຮອງເອົາ 7/9 ສົນທິສັນຍາ, ຈັດຕັ້ງບັນດາກອງປະຊຸມສຳມະນາກ່ຽວກັບສິດທິມະນຸດ ແລະ ປະຈຸບັນພວມແມ່ນສະມາຊິກຂອງສະພາສິດທິມະນຸດ… ນອກຈາກນັ້ນ, ສະພາແຫ່ງຊາດຍັງຮັບຮອງເອົາປະມວນກົດໝາຍອາຍາ (ສະບັບປັບປຸງ) ແລະ ປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ), ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການຕອບສະໜອງບັນດາມາດຖານສາກົນກ່ຽວກັບສິດທິມະນຸດຢ່າງຕັ້ງໜ້າ.
ແບ່ງປັນທີ່ການໂອ້ລົມສົນທະນາ, ນັກສຶກສາສະຖາບັນການທູດ ຖືວ່າ, ເລື່ອງປັບປຸງ ແລະ ປະກາດໃຊ້ລັດຖະທຳມະນູນ 2013 ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດ. ພິເສດ, ເລື່ອງສະພາແຫ່ງຊາດຫວຽດນາມ ຮັບຮອງເອົາການປ່ຽນເພດ, ຮັບຮູ້ສິດຂອງຜູ້ປ່ຽນເພດ… ແມ່ນບາດກ້າວເປັນໜ້າຮັບຮູ້ຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດ.