ຫວຽດນາມສ້າງຮູບແບບສະຫະກອນແບບໃໝ່ໃນສະພາບເຊື່ອມໂຍງເຂົ້າກັບສາກົນ

ຫວຽດນາມສ້າງຮູບແບບສະຫະກອນແບບໃໝ່ໃນສະພາບເຊື່ອມໂຍງເຂົ້າກັບສາກົນ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​​ ​ວັນ​ທີ 12/01, ສະ​ຫະ​ພັນ​ສະ​ຫະ​ກອນ ​ຂັດ​ຕັ້ງ​ກອ​ງ​ປະ​ຊຸມ​ຜັນ​ຂະ​ຫຍາຍການ​ເສງ “ຊອກ​ຮູ້​ບ​ັນ​ດາ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່”, ການ​ເ​​ສັງ​​ເພື່ອ​ແນ​ໃສ່​ແນ​ະ​ນຳ, ໂຄ​ສະ​ນາ​ບັນ​ດາ​ຮູບ​ແບບ​ຮ່ວ​ມ​ມື​ລະ​ຫວ່າງ​ຕາ​ແສງ, ສະ​ຫະ​ພັນ​ສະ​ຫະ​ກອນ​ດີ​ເດັ່ນ​ທີ່ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກ​ອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ເສັງ​ແມ່ນ: ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຊາວ​ຫວຽດ​ນ​າມ ອາ​ໄສ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ການ​ເສັງ​ຖືກ​ດຳ​ເນີນ​ແຕ່ນ​ີ້​ຮອດ​ວັນ​ທີ 11/04/2016. ທ່ານ ຫວໍ​ກິມ​ກື້, ປະ​ທານ​ສະ​ຫະ​ພັ​ນ​ສະ​ຫະ​ກ​ອນ​ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​​ຈັດ​ຕັ້ງການ​ເສັງ​ໃຫ້​ຮູ້​ວ່າ.

      “ຫວຽດ​ນາມ ພວ​ມ​ເຊື່ອມ​ໂຍງ​ເຂົ້າ​ພາກ​ພື້​ນ ແລະ ສາ​ກົນ​ຢ່າງ​ເລິ​ກ​ເຊິ່ງ, ກວ້າງ​ຂວາງ. ກາ​ລະ​ໂ​ອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ເສດ​ຖະ​ກິດ​ລວມ​ໝູ່ ແລະ ພິ​ເສດ​ແມ່ນ​ສະ​ຫະ​ກອນ​ເມື່ອ​ເຊື່ອມ​ໂຍງ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ໂຄ​ສະ​ນາ ເພື່ອ​ໃຫ້​ທຸກ​ຄົນ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສະ​ຫະ​ກອນ​ແບບ​ໃໝ່. ຕິດ​ພັນ​ກັບ​ວຽກ​ງານ​ໂຄ​ສະ​ນາ, ພວກ​ເຮົາ​ພວມກໍ່​ສ້າງ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່, ນັ້ນ​ແມ່ນ​ຮູບ​ແບບ​​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ​ມີ​ຄວາມສະ​ເໝີ​ພາບ, ​ສະ​ໝັກ​ໃຈ ແລະ ຜົນ​ປະ​ໂຫຍດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ”.

      ບັນ​ດາ​ສະ​ຫະ​ກອນ​ພາຍ​ໃນ​ປະ​ເທດ ສູ້ຊົນ​ປະ​ຕິ​ບັດ​​ສຳ​ເລັດ​ການກໍ່​ສ້າງ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ກ່ອນ​ວັນ​ທີ 01/01/2016.

ຂ່າວ/ບົດ​ອື່ນ