ຫວຽດນາມຮຽກຮ້ອງເຈລະຈາສັນຕິພາບລະຫວ່າງອິດສະຣາແອນແລະຂະບວນການຮາມາດ

ພາບປະກອບ
(vovworld) – ວັນທີ 18/7/2014, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ການປະທະກັນທີ່ພວມປິນຂັ້ນໄດລະຫວ່າງ ອິດສະຣາແອນ ແລະ ຂະບວນການ ຮາມາດ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ, ໃຫ້ຮູ້ວ່າ: “ຫວຽດນາມ ມີຄວາມວິຕົກວັງວົນທີ່ສຸດຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ພວມປິນຂັ້ນໄດຢ່າງຮ້າຍແຮງ ເຊິ່ງໄດ້ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຢຸດຍິງ, ເຊື່ອມຕໍ່ບັນດາການເຈລະຈາ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຄົມໂລກເພື່ອແນໃສ່ນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໃຫ້ພາກພື້ນໂດຍໄວ.”