ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍທີ່ເກີດການຂັດແຍ້ງກັນຍອມຮັບຂໍ້ສະເໜີສັນຕິພາບໃຫ້ແກ່ ເຢແມນ ໂດຍສະຫະປະຊາຊາດນຳພາ
(VOVWORLD) -ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ໄດ້ແບ່ງປັນທັດສະນະຂອງບັນດາປະເທດສະພາຄວາມໝັ້ນຄົງທີ່ວ່າ ບໍ່ມີມາດຕະການແກ້ໄຂດ້ານການທະຫານໃດໃຫ້ແກ່ ເຢແມນ.
ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ
(ພາບ: TTXVN)
|
ວັນທີ 15 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນ ດ້ວຍການເຂົ້າຮ່ວມຂອງທູດພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບ ເຢແມນ Martin Griffiths, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນດາບັນຫາມະນຸດທະທຳ Mark Lowcock ແລະ ທ່ານນາງ Najiba Al Naggar, ຜູ້ຕາງໜ້າອົງການຈັດຕັ້ງການເມືອງສັງຄົມຢູ່ ເຢແມນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ໄດ້ແບ່ງປັນທັດສະນະຂອງບັນດາປະເທດສະພາຄວາມໝັ້ນຄົງທີ່ວ່າ ບໍ່ມີມາດຕະການແກ້ໄຂດ້ານການທະຫານໃດໃຫ້ແກ່ ເຢແມນ. ທ່ານ ດັ້ງດິ່ງກຸຍ ເນັ້ນໜັກວ່າ ມາດຕະການແກ້ໄຂໜຶ່ງດ່ຽວແມ່ນບັນດາຝ່າຍຈົ່ງຢຸດຕິບັນດາການກະທຳທີ່ເປັນປໍລະປັກ ແລະ ຮຽກຮ້ອງໃຫ້ບັນດາຝ່າຍມານະພະຍາຍາມຮ່ວມມືກັບທູດພິເສດ Martin Griffiths, ບັນດາຄູ່ຮ່ວມມືໃນພາກພື້ນ ແລະ ປະຊາຄົມສາກົນ ເພື່ອມຸ່ງໄປເຖິງການຍອມຮັບຂ້ໍສະເໜີສັນຕິພາບໃຫ້ແກ່ ເຢແມນ ໂດຍສະຫະປະຊາຊາດນຳພາ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຊົມເຊີຍການປົວແປງບາງຢ່າງໃນການເຄື່ອນໄຫວມະນຸດສະທຳ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ແຕ່ກໍ່ຖືວ່າ ຕ້ອງມານະພະຍາຍາມກວ່າອີກເພື່ອຮັບປະກັນບັນດາໂຄງການມະນຸດສະທຳໄດ້ດຳເນີນໄປຢ່າງສະດວກ ແລະ ມີສະຖຽນລະພາບກວ່າ.