(VOVWORLD) - ເວທີປາໄສນະໂຍບາຍດ້ວຍຫົວຂໍ້ “ຫວຽດນາມ ເປັນເຈົ້າການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດໃນສັງກາດໃໝ່”, ໂດຍສູນນະວັດຕະກຳແຫ່ງຊາດ (NIC) ສົມທົບກັບ Aitomatic, ອາເມລິກາ ຈັດຂຶ້ນໃນວັນທີ 14 ມີນາ, ຢູ່ຮ່າໂນ້ຍ.
ເວທີປາໄສ (ພາບ: VGP) |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳຂັ້ນສູງ, ນັກຊ່ຽວຊານດ້ານເຕັກໂນໂລຢີ, ນັກວາງແຜນກຳນົດນະໂຍບາຍ ແລະ ບັນດາວິສາຫະກິດ ຫວຽດນາມ ແລະ ຕ່າງປະເທດໄດ້ເຂົ້າຮ່ວມ.
ເມື່ອກ່າວຄໍຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືຂົງເຂດປັນຍາປະດິດ (AI) ແລະ ອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນກຳລັງໜູນການເຕີບໂຕຕົ້ນຕໍ ດ້ວຍເປົ້າໝາຍຮອດປີ 2045, ຫວຽດນາມ ຈະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ເພື່ອພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ຫວຽດນາມ ພວມຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ຕ້ອງຮ່ວມມື, ປະສານສົມທົບ ແລະ ການແບ່ງປັນຈາກບັນດາຄູ່ຮ່ວມມື. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: nhandan.vn) |
“ຫວຽດນາມ ປາດຖະໜາໃຫ້ ບັນດາຄູ່ຮ່ວມມື, ນັກລົງທຶນຕ່າງປະເທດ ປະກອບສ່ວນເປັນທີ່ປຶກສາກ່ຽວກັບວິທີການສຳຜັດ, ຈິນຕະນາການ, ວິໄສທັດ, ເປົ້າໝາຍຮັບປະກັນໃຫ້ສອດຄ່ອງກັບສະພາບການ ຫວຽດນາມ, ສະພາບການໂລກ, ມີຄວາມເປັນໄປໄດ້, ມີປະສິດທິຜົນ; ປະກອບຄຳເຫັນປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຫຼຸດຜ່ອນບັນດາລະບຽບການບໍລິຫານທີ່ຊ້ຳກັນ ຫຼື ບໍ່ຈຳເປັນ, ຍົກອອກບັນດາຂໍ້ກຳນົດໄວທີ່ສຸດເພື່ອຫຼຸດຜ່ອນລາຍຈ່າຍໃຫ້ແກ່ປະຊາຊົນ, ວິສາຫະກິດ ຍິ່ງຫຼາຍກໍຍິ່ງດີ. ພວກຂ້າພະເຈົ້າກໍສະເໜີໃຫ້ບັນດາຄູ່ຮ່ວມມືໜູນຊ່ວຍດ້ານການເງິນ ເຊັ່ນ ໃຫ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍບຸລິມະສິດ ຮັບປະກັນປະສິດທິຜົນ, ຄວາມສອດຄ່ອງ; ຊ່ວຍ ຫວຽດນາມ ສ້າງບັນດາກອງເງິນລົງທຶນ, ພັດທະນາສູນການເງິນ, ຍົກລະດັບຕະຫຼາດອະສັງຫາລິມະຊັບ, ດຶງດູດນັກລົງທຶນໂດຍກົງ ແລະ ທາງອ້ອມ.”