
ຮ້ານວາງສະແດງຂອງຫວຽດນາມທີ່ງານຕະຫຼາດນັດທ່ອງທ່ຽວສາກົນ ມົດສກູ (ພາບ : vietnam+)
|
(vovworld)- ງານຕະຫຼາດນັດທ່ອງທ່ຽວສາກົນ ມົດສກູ ໄດ້ຖືກໄຂຂຶ້ນຢູ່ນະຄອນ ຫຼວງມົດສກູປະເທດລັດເຊຍແຕ່ວັນທີ 19-22/3. ນີ້ແມ່ນງານຕະຫຼາດນັດທ່ອງທ່ຽວໃຫຍ່ກ່ວາໝູ່ຂອງລັດເຊຍ ແລະ ໃຫຍ່ອັນດັບ 3 ໃນໂລກກ່ຽວກັບຂອບຂະໜາດ ດ້ວຍການເຂົ້າຮ່ວມຂອງ 1.800 ກ່ວາບໍລິສັດທີ່ມາຈາກ 198 ປະເທດໃນພາກພື້ນ ແລະ ໃນໂລກ. ກົມໃຫຍ່ທ່ອງທ່ຽວຫວຽດນາມ, ບໍລິສັດການບິນຫວຽດນາມ ພ້ອມກັບວິສາຫະກິດທ່ອງທ່ຽວໃຫຍ່ຫຼາຍແຫ່ງຂອງຫວຽດນາມໄດ້ເຂົ້າຮ່ວມເຫດການນີ້ ແນໃສ່ຊຸກຍູ້ການໂຄສະນາການທ່ອງທ່ຽວຢູ່ລັດເຊຍ.
ທ່ານຫງວຽນກວກຮຶງ ຮອງຫົວໜ້າ ກົມໃຫຍ່ທ່ອງທ່ຽວຫວຽດນາມ, ຫົວໜ້າ ຄະນະຫວຽດນາມເຂົ້າຮ່ວມງານວາງສະແດງ ໃຫ້ຮູ້ວ່າ : ກົມໃຫຍ່ທ່ອງທ່ຽວຫວຽດນາມພວມຍູ້ແຮງການເຄື່ອນໄຫວໂຄສະນາ ສົ່ງເສີມການທ່ອງທ່ຽວຢູ່ຕ່າງປະເທດ, ໃນນັ້ນມີສະຫະພັນລັດເຊຍ, ສູ້ຊົນບັນລຸຈຸດໝາຍຕ້ອນຮັບແຂກທ່ອງທ່ຽວລັດເຊຍ 1 ລ້ານກວ່າເທື່ອຄົນກ່ອນປີ 2020.
ໃນຂອບເຂດງານວາງສະແດງ, ວັນທີ 20/3, ກົມໃຫຍ່ທ່ອງທ່ຽວຫວຽດນາມ ສົມທົບກັບສະຖານທູດຫວຽດນາມປະຈຳລັດເຊຍ ແລະ ບໍລິສັດການບິນຫວຽດນາມ ຈັດຕັ້ງລາຍການປຸກລະດົມການທ່ອງທ່ຽວຫວຽດນາມ, ແນະນຳບັນດາທິວທັດທຳມະຊາດ, ຜະລິດຕະພັນ, ການບໍລິການທ່ອງທ່ຽວຂອງຫວຽດນາມ.