ຫວຽດນາມເປັນ ເຈົ້າພາບຈັດກອງ ປະຊຸມຟີຊິກ ສາກົນ


ຫວຽດນາມເປັນ ເຈົ້າພາບຈັດກອງ ປະຊຸມຟີຊິກ ສາກົນ - ảnh 1

(ພາບ:http://dantri.com.vn/)

(vovworld)-  ຕອນ​ເຊົ້າ ວັນ​ທີ 4/8, ຢູ່​ນະຄອນ​ກຸຍ​ເຍີ​ນ, ສະມາຄົ​ມພົບ​ປະ​ຫວຽດນາມ​ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ ຈັດ​ກອງ​ປະຊຸມ​ຟີ​ຊິກ​ສາກົນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກວິທະຍາສາດ, ນັກ​ຄົ້ນຄວ້າ 75 ທ່ານ ​ເຊິ່ງມາ​ຈາກ 21 ປະ​ເທດ ​ແລະ ​ເຂ​ດ​ແຄ້ວນ​ໃນ​ໂລກ. ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເວທີ​ປາ​​ໄສ ​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ​ພົບ​ປະ, ​ແລກປ່ຽນ, ປະກາດ​ບັນດາ​ໝາກຜົນ​ໃນ​ການ​ຄົ້ນຄວ້າຫຼ້າ​ສຸດ​ໃນ​ຂົງ​ເຂດ​ຟີ​ຊິກ.  ຜ່ານ​ນັ້ນ ປະກອບ​ສ່ວນ​ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ຄົ້ນຄວ້າ ລະຫວ່າງ​ບັນດາ​ນັກວິທະຍາສາດ​ຫວຽດນາມ ​ແລະ ​ໂລກ. ສາດສະດາຈານ ​ເຈິ່ນ​ແທງ​ເວິນ ປະທານສະມາຄົ​ມພົບ​ປະ​ຫວຽດນາມ​ ​ໃຫ້​ຮູ້​ວ່າ :

‘’ປີ​ນີ້​, ສະມາຄົ​ມພົບ​ປະ​ຫວຽດນາມ​ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ 3 ຄັ້ງ​ດ້ານຟີ​ຊິກ​ ​ໃນ 2-3 ອາທິດ​ທີ່​ຈະ​ມາ​ເຖິງ. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ຫຼາຍ​ຢ່າງ​ໃນ​ການ​ສ້າງ​ພື້ນຖານ​ຮ່ວມ​ມື​ດ້ານ​ວິທະຍາສາດ ລະຫວ່າງ ຫວຽດນາມ ​ແລະ ປະ​ເທດ​ຕ່າງ ’’./.

ຂ່າວ/ບົດ​ອື່ນ