ຫວຽດນາມແລະອີຕາລີແບ່ງປັນບົດຮຽນໃນຂົງເຂດກວດສອບບັນຊີ

ຫວຽດນາມແລະອີຕາລີແບ່ງປັນບົດຮຽນໃນຂົງເຂດກວດສອບບັນຊີ - ảnh 1
ການເຮັດວຽກລະຫວ່າງ 2 ຄະນະ
(ພາບ: Phạm Thành/Vietnam+)


(vovworld) – ​​ໃນ​ລະ​ຫວ່າງ​ວັນ​ທີ 5 – 8/11, ຄະນະ​ປະຕິບັດ​ງານ​ອົງການ​ກວດ​ສອບ​ບັນຊີແຫ່ງ​ລັດ ຫວຽດນາມ ​ໂດຍ​ທ່າ​ນຮອງ​ຫົວໜ້າ​​ອົງການ​ກວດ​ສອບບັນຊີ​ແຫ່ງ​ລັດ ຫງວຽນ​ກວາງ​ແທ່ງ ນຳ​ໜ້າ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບສຳນັກກວດ​ສອບ​ບັນຊີ ອີ​ຕາ​ລີ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ກວດ​ສອບ​ບັນຊີ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ ​ແລະ ບັນດາ​ນັກ​ຊ່ຽວຊານ​ຂອງສຳນັກກວດ​ສອບ​ບັນຊີ ອີ​ຕາ​ລີ ​ໃນ​ວັນ​ທີ 6/11, 2 ຝ່າຍ​ໄດ້​​ແຈ້ງ​ໃຫ້​ກັນຊາ​ບ, ​ແລ​ກປ່ຽນ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ບັນດາ​ຜົນງານ, ບົດ​ຮຽນ​ໃນ​ຂົງ​ເຂດ​ວິຊາ​ຊີບ​ກໍ່​ຄື​ການ​ສ້າງ​ຕັ້ງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ອົງການ​ກວດ​ສອບ​ບັນ​ຊີ​ແຫ່ງ​ລັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຫວຽດນາມ ສະ​ເໜີ​ວິທີ​ເຊື້ອ​ເຊີນ​ນັກ​ຊ່ຽວຊານ 2 ອົງການ​ເຂົ້າ​ຮ່ວມ, ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮ່ວມ​ກ່ຽວ​ກັບ​ບັນດາ​ບັນຫາ​ຕ່າງ​ຝ່າຍທີ່​ຕ່າງ​ມີ​ຄວາມ​ສົນ​ໃຈ, ພ້ອມ​ທັງ​ສົ່ງ​ນັກ​ຊ່ຽວຊານ​ຂອງສຳນັກກວດ​ສອບ​ບັນຊີ​ ອີ​ຕາ​ລີ ມາໜູນ​ຊ່ວຍ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ ຫວຽດນາມ ​ໃນ​ການ​ສ້າງ​​ແຜນການ​ກວດ​ສອບ​ບັນຊີ, ປະຕິບັດ​ການ​ກວດສອບ​ລ່ວງ​ໜ້າ ​ແລະ ຕາມ​ພາຍຫຼັງ.​..​.​

    ຜູ້ຕາງໜ້າສຳນັກກວດ​ສອບ​ບັນຊີ ອີ​ຕາ​ລີ ​ໃຫ້​ຮູ້​ວ່າ: ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ອົງການ​ກວດສອບ​ບັນຊີແຫ່ງ​ລັດ ຫວຽດນາມ ກ່ຽວ​ກັບ​​ດ້ານ​ວິຊາ​ການ, ບຳລຸງ​ສ້າງ​ວິຊາ​ຊີບ, ພິ​ເສດ​ແມ່ນ​ບົດຮຽນ ໃນ​ການ​ພິພາກສາ​ຄວາມ​ຮັບຜິດສອບ​ດ້ານ​ການ​​ເງິນ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່ ອົງການ​ກວດ​ສອບ​ບັນຊີແຫ່ງ​ລັດ ຫວຽດນາມ ຫຼາຍ​ກ່ວາອີກ.

 

ຂ່າວ/ບົດ​ອື່ນ