ຫວຽດນາມ ກັບຂໍ້ລິເລີ່ມກ່ຽວກັບການພັດທະນາກວມລວມໃນຂົງເຂດເສດຖະກິດ, ການເງິນ ແລະ ສັງຄົມ

(VOVWORLD) - ໃນຂອບເຂດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ຕອນເຊົ້າວັນທີ 28 ສິງຫາ ຢູ່ນະຄອນ ໂຮ່ຈີມິນ
ຫວຽດນາມ ກັບຂໍ້ລິເລີ່ມກ່ຽວກັບການພັດທະນາກວມລວມໃນຂົງເຂດເສດຖະກິດ, ການເງິນ ແລະ ສັງຄົມ - ảnh 1 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບູຍແທງເຊີນ

ໄດ້ດຳເນີນກອງປະຊຸມສຳມະນາພັດທະນາກວມລວມກ່ຽວກັບເສດຖະກິດ, ການເງິນ ແລະ ສັງຄົມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ປະທານ SOM 3 APEC ຖືວ່າ: ໃນຂະນະທີ່ຫັນເປັນໂລກາພິວັດ ແລະ ການຄ້າເສລີ ໄດ້ຊຸກຍູ້ການຄ້າ ແລະ ການເຕີບໂຕທົ່ວໂລກດີພໍສົມຄວນ ແລະ ໄດ້ປະກອບສ່ວນຫລຸກຜ່ອນຄວາມທຸກຍາກອຶດຫິວ, ແຕ່ຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ທຸກຍາກຍັງຄົງນັບມື້ນັບເປີດກ້ວາງ. ດ້ວຍບົດບາດເປັນປະເທດເຈົ້າພາບຈັດຕັ້ງ APEC, ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມແມ່ນກໍ່ສ້າງກອບການກະທຳກ່ຽວກັບການພັດທະນາກວມລວມໃນຂົງເຂດເສດຖະກິດ, ການເງິນ ແລະ ສັງຄົມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບູຍແທງເຊີນ ໃຫ້ຮູ້ວ່າ:

        “ນີ້ແມ່ນຂໍ້ລິເລີ່ມສຳຄັນທີ່ສຸດຂອງ ຫວຽດນາມ ເພື່ອໃຫ້ພວກເຮົາດຶງດູດຄວາມເຫັນດີເຫັນພ້ອມສະໜັບສະໜູນຈາກບັນດາພື້ນຖານເສດຖະກິດເວົ້າລວມ, ປະກອບສ່ວນເຂົ້າອັນນີ້. ພ້ອມກັນນັ້ນ ຂໍ້ລິເລີ່ມກໍ່ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງບັນດາປະເທດໃນພາກພື້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ