ຫວຽດນາມ ຊຸກຍູ້ການຮ່ວມມືສາກົນເພື່ອການພັດທະນາແບບຍືນຍົງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶດເຟິກ ສະເໜີໃຫ້ ເຢຍລະມັນ ສືບຕໍ່ໜູນຊ່ວຍ ODA ໃຫ້ແກ່ ຫວຽດນາມ ໃນບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ຫວຽດນາມ ຊຸກຍູ້ການຮ່ວມມືສາກົນເພື່ອການພັດທະນາແບບຍືນຍົງ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມ Hamburg
(ພາບ: TTXVN)

        ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ Hamburg ກ່ຽວກັບການພັດທະນາແບບຍືນຍົງ (HSC) ຄັ້ງທີ 1, ເຊິ່ງຈັດຂຶ້ນແຕ່ວັນທີ 07 – 08 ຕຸລາ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ພົບປະກັບການນຳຂັ້ນສູງ ເຢຍລະມັນ, ກອງທຶນດິນຟ້າອາກາດ (CIF), ກອງທຶນດິນຟ້າອາກາດສີຂຽວ (GCF) ແລະ ສະມາຄົມວິສາຫະກິດ ເຢຍລະມັນ - ອາຊີ ປາຊີຟິກ (OAV) ເພື່ອປຶກສາຫາລືບັນດາບັນຫາສຳຄັນ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ ແລະ ດຶງດູດການລົງທຶນ.

        ໃນການພົບປະກັບທ່ານລັດຖະມົນຕີກະຊວງຮ່ວມມື ແລະ ພັດທະນາສະຫະພັນ ເຢຍລະມັນ ນາງ Svenja Schulze, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶດເຟິກ ສະເໜີໃຫ້ ເຢຍລະມັນ ສືບຕໍ່ໜູນຊ່ວຍ ODA ໃຫ້ແກ່ ຫວຽດນາມ ໃນບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ໜູນຊ່ວຍການເຂົ້າເຖິງແຫຼ່ງທຶນຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP). ສ່ວນທ່ານນາງ Svenja Schulze ຢືນຢັນວ່າ, ການຮ່ວມມືກັບ ຫວຽດນາມ ແມ່ນມີຄວາມສຳຄັນຍິ່ງສຳລັບ ເຢຍລະມັນ, ພິເສດແມ່ນການສົມທົບກັນຜັນຂະຫຍາຍບັນດາໂຄງການໃນຂອບເຂດ JETP ແລະ ໃນຂອບເຂດ 2 ຝ່າຍ.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ພົບປະກັບທ່ານຜູ້ອຳນວຍການຝ່າຍບໍລິຫານ CIF ແລະ GCF, ເຊື້ອເຊີນບັນດາເຈົ້າໜ້າທີ່ດັ່ງກ່າວເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 4 ຂອງເວທີປາໄສຂັ້ນສູງຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຢູ່ ຮ່າໂນ້ຍ ເຊິ່ງຈະຈັດຂຶ້ນໃນປີ 2025.

        ທີ່ການເຮັດວຽກກັບ OAV, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ວິສາຫະກິດ 2 ປະເທດຍາດແຍ່ງທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ເພື່ອຍູ້ແຮງການແລກປ່ຽນການຄ້າ ແລະ ການລົງທຶນ, ແລະ ສະເໜີໃຫ້ບັນດາຝ່າຍພິຈາລະນາເຊື່ອມຕໍ່ຄູ່ຮ່ວມມື, ເປີດການຮ່ວມມືໃໝ່ໃຫ້ສອດຄ່ອງກັບທ່າແຮງເພີ່ມເຕີມໃຫ້ແກ່ກັນ ແລະ ຕາມຄວາມຕ້ອງການຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ