ຫວຽດ​ນາມ ຍົກ​ອອກ​ຂໍ້​ສະ​ເໜີ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ກັບ ຈີນ

(VOVWORLD) -      ວັນທີ 29 ກັນຍາ, ຢູ່ປັກກິ່ງ, ຈີນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງການຄ້າ ຈີນ  ຫວາງເຫວິນທາວ ເປັນປະທານຮ່ວມກອງປະຊຸມຄັ້ງທີ 13 ຄະນະກຳມະການຮ່ວມມືເສດຖະກິດ, ການຄ້າ ຫວຽດນາມ - ຈີນ.
ຫວຽດ​ນາມ ຍົກ​ອອກ​ຂໍ້​ສະ​ເໜີ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ກັບ ຈີນ - ảnh 1ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກ່າວຄຳເຫັນ (ພາບ: VOV)

ໃນກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ສອງຝ່າຍຕ້ອງເພີ່ມທະວີການຮ່ວມມືລົງທຶນ ແລະ ລະບົບສະໜອງ, ໃຫ້ບຸລິມະສິດຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ, ການພັດທະນາສີຂຽວ ເພາະວ່ານີ້ແມ່ນທ່າອ່ຽງລວມ ແລະ ແມ່ນໜຶ່ງໃນບັນດາກຳລັງໜູນພັດທະນາໃນອະນາຄົດ. ທ່ານລັດຖະມົນຕີກໍໄດ້ຍົກອອກ 6 ຂໍ້ສະເໜີແນະ, ໃນນັ້ນ ມີການຮັບປະກັນລະບົບສະໜອງໃຫ້ລຸລ່ວງ, ສ້າງພື້ນຖານໂຄງລ່າງດ່ານຊາຍແດນໃຫ້ສຳເລັດ, ຊຸກຍູ້ການເປີດປະຕູຕະຫຼາດຜະລິດຕະພັນກະເສດ, ຊຸກຍູ້ການສ້າງຕັ້ງຫ້ອງການສົ່ງເສີມການຄ້າ ຫວຽດນາມ ຢູ່ ຈີນ.

        ສ່ວນທ່ານລັດຖະມົນຕີກະຊວງການຄ້າ ຈີນ, ຫວາງເຫວິນທາວ ສະເໜີໃຫ້ສອງຝ່າຍເອົາໃຈໃສ່ຜັນຂະຫຍາຍບັນດາຂໍ້ຕົກລົເອກະສານຮ່ວມມືລົງທຶນ ແລະ ຂໍ້ລິເລີ່ມເສດຖະກິດດີຈີຕອນ - ການພັດທະນາສີຂຽວ; ຮ່ວມມືເຂດອຸດສາຫະກຳ; ສືບຕໍ່ເຈລະຈາ ແລະ ລົງນາມໃນບົດບັນທຶກ MOU ກ່ຽວກັບການເພີ່ມທະວີການຮ່ວມມືດ້ານເສດຖະກິດໃນລະບົບຜະລິດ ແລະ ການສະໜອງ. ທ່ານ ຫວາງເຫວິນທາວ ກໍສະເໜີບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການຄ້າ, ໃນນັ້ນ ມີການເຈລະຈາ ແລະ ລົງນາມໃນເອກະສານຮ່ວມມືດ້ານການຄ້າຜະລິດຕະພັນກະເສດ; ເພີ່ມທະວີການແລກປ່ຽນກ່ຽວກັບມາດຕະຖານ, ຕີລາຄາຄວາມເໝາະສົມຂອງຜະລິດຕະພັນນຳເຂົ້າ - ສົ່ງອອກ…

ນັກຂ່າວ VOV - ປະຈຳ ຈີນ


ຕອບກັບ

ຂ່າວ/ບົດ​ອື່ນ