ຫວຽດ​ນາມ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາ​ງ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ໃນ​ກາ​ນ​ສຳຫຼວດ, ເກັບ​ກູ້​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ ແລະ ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ

(VOVWORLD) - ຫວຽດນາມ ໃຫ້ຄວາມເອົາໃຈໃສ່ຢ່າງສູງ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຜັນຂະຫຍາຍວຽກງານເກັບກູ້ລະເບີດຍັງບໍ່ທັນແຕກ, ສ້າງນະໂຍບາຍ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ.
ຫວຽດ​ນາມ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາ​ງ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ໃນ​ກາ​ນ​ສຳຫຼວດ, ເກັບ​ກູ້​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ ແລະ ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະ ທ່ານ Ly Thuch, ລັດຖະມົນຕີອາວຸໂສ, ອົງການລູກລະເບີດ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລູກລະເບີດ ກຳປູເຈຍ (ພາບ: ນັກຂ່າວ VOV ປະຈຳ ອາເມລິກາ)

ວັນທີ 7 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການພົບປະເຮັດວຽກກັບທ່ານ Ly Thuch, ລັດຖະມົນຕີອາວຸໂສ, ອົງການລູກລະເບີດ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລູກລະເບີດ ກຳປູເຈຍ, ປະທານກອງປະຊຸມສຳຫຼວດ ຄັ້ງທີ 5 ສົນທິສັນຍາສາກົນກ່ຽວກັບການເກືອດຫ້າມນຳໃຊ້ລູກລະເບີດໝາກມິ່ນທຳລາຍ (ຕາມສົນທິສັນຍາ Ottawa) ພ້ອມກັບຜູ້ຕາງໜ້າໜ່ວຍງານຊ່ວຍຈັດຕັ້ງປະຕິບັດສົນທິສັນຍາສະບັບດັ່ງກ່າວ ແລະ ບາງຄູ່ຮ່ວມມືທີ່ກ່ຽວຂ້ອງ.

        ທ່ານເອກອັກຄະລັດຖະທູດ ດັ່ງຮວ່າງຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຮ່ວມເດີນທາງພ້ອມກັບປະຊາຄົມສາກົນໃນການສຳຫຼວດ, ເກັບກູ້ລະເບີດຍັງບໍ່ທັນແຕກ, ໜູນຊ່ວຍຜູ້ປະສົບເຄາະຮ້າຍ ແລະ ໄດ້ສະໜັບສະໜູນຫຼາຍເນື້ອໃນສຳຄັນ ແລະ ແງ່ມູມມະນຸດສະທຳໃນບັນດາສົນທິສັນຍາທີ່ກ່ຽວຂ້ອງ. ຫວຽດນາມ ໃຫ້ຄວາມເອົາໃຈໃສ່ຢ່າງສູງ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຜັນຂະຫຍາຍວຽກງານເກັບກູ້ລະເບີດຍັງບໍ່ທັນແຕກ, ສ້າງນະໂຍບາຍ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ.

        ສ່ວນທ່ານ Ly Thuch ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ ແລະ ຜົນງານໃນການຮ່ວມມືກັບບັນດາປະເທດ ກໍຄືອົງການຈັດຕັ້ງສາກົນໃນຂົງເຂດນີ້.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ