ຫວຽດ​ນາມ ບຸ​ລິ​ມະ​ສຸດ ປະ​ຕິ​ບັດ​ການ​ຟື້ນ​ຟູ ຖື​ມະ​ນຸດ​ເປັນ​ໃຈ​ກາງ ພາຍຫຼັງ​ວິ​ກິດ​ການ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -     ຕອນບ່າຍວັນທີ 11 ມິຖຸນາ (ຕາມເວລາ ຫວຽດນາມ), ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ, ຕາງໜ້າໃຫ້ຄະນະຜູ້ແທນ ລັດຖະບານ ຫວຽດນາມ ໄດ້ມີບົດກ່າວປາໄສໃນ ກອງປະຊຸມອອນລາຍ ຄັ້ງທີ 109 ຂອງ ກອງປະຊຸມແຮງງານສາກົນ.
ຫວຽດ​ນາມ ບຸ​ລິ​ມະ​ສຸດ ປະ​ຕິ​ບັດ​ການ​ຟື້ນ​ຟູ ຖື​ມະ​ນຸດ​ເປັນ​ໃຈ​ກາງ ພາຍຫຼັງ​ວິ​ກິດ​ການ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ກ່າວຄຳປາໄສ ທີ່ກອງປະຊຸມ (ພາບ: dantri.com.vn)

ກ່າວຄຳເຫັນທີ່ວາລາປຶກສາຫາລືລວມ, ທ່ານລັດຖະມົນຕີ ດ່າວງອກຢຸງ ສະແດງຄວາມຊົມເຊີຍ ແລະ ມີຄວາມເຫັນດີສູງຕໍ່ຫົວຂໍ້ຂອງກອງປະຊຸມ, ພ້ອມທັງສະໜັບສະໜູນຂໍ້ລິເລີ່ມຂອງ ສະຫະພັນແຮງງານສາກົນ (ILO) ກ່ຽວກັບ “ປະຕິກິລິຍາທົ່ວໂລກ ມຸ່ງໄປເຖິງການຟື້ນຟູ ຖືມະນຸດເປັນໃຈກາງ ພາຍຫຼັງວິກິດການໂລກລະບາດໂຄວິດ - 19” ແລະ ນຳໃຊ້ຖະແຫຼງການສະຕະວັດ ຂອງ ILO ກ່ຽວກັບ ອະນາຄົດຂອງວຽກເຮັດງານທຳ ເໝືອນດັ່ງແຜນການເຄື່ອນໄຫວປະຕິບັດ. ຕາມທ່ານລັດຖະມົນຕີ ດ່າວງອກຢຸງ ແລ້ວ, ນີ້ກໍແມ່ນບັນດາບຸລິມະສິດ ເຊິ່ງ ລັດຖະບານ ຫວຽດນາມ ພວມຊຸກຍູ້ປະຕິບັດ. ນັບແຕ່ເມື່ອໂລກລະບາດໂຄວິດ - 19 ຫາກໍ່ແຜ່ລະບາດໃນທົ່ວໂລກ ແລະ ລະບາດສູ່ ຫວຽດນາມ ໃນປີ 2020, ລັດຖະບານ ຫວຽດນາມ ໄດ້ວາງອອກຫຼາຍມາດຕະການ, ນະໂຍບາຍ ພ້ອມກັບບ້ວງເງິນໜູນຊ່ວຍສັງຄົມ ໃຫ້ແກ່ປະຊາຊົນ, ພິເສດແມ່ນບັນດາເປົ້າໝາຍດ້ອຍໂອກາດ, ຊ່ວຍເຫຼືອບັນດາວິສາຫະກິດ ຜ່ານຜ່າຄວາມຫຍຸ້ງຍາກ, ດຳເນີນທຸລະກິດ ແລະ ການຜະລິດເປັນປົກກະຕິ, ຮັກສາວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ.

        ດ້ວຍບັນດາມາດຕະການຢ່າງຂ້ຽວຂາດຂອງ ລັດຖະບານ ແລະ ຄວາມມານະພະຍາຍາມຂອງປະຊາຄົມວິສາຫະກິດ ແລະ ຊາວຜູ້ອອກແຮງງານ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ປີ 2020, ເສດຖະກິດ ຫວຽດນາມ ຍັງຮັກສາລະດັບການເຕີບໂຕ 2,91%. ປັດຈຸບັນ, ລັດຖະບານ ຫວຽດນາມ ຢຶດໝັ້ນປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງມານະພະຍາມຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ໂດຍຖືມະນຸດເປັນໃຈກາງ. 

ຕອບກັບ

ຂ່າວ/ບົດ​ອື່ນ