ຫວຽດນາມ ມີແຜນຈະອອກໜັງສືຜ່ານແດນສຸຂະພາບແຕ່ວັນທີ 15 ເມສາ 2022

(VOVWORLD) -ໄລ່ຮອດວັນທີ 01 ເມສານີ້, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ-19 ກວ່າ 200 ລ້ານໂດຼດແລ້ວ.
ຫວຽດນາມ ມີແຜນຈະອອກໜັງສືຜ່ານແດນສຸຂະພາບແຕ່ວັນທີ 15 ເມສາ 2022 - ảnh 1ກະຊວງສາທາລະນະສຸກມີແຜນຈະອອກ “ໜັງສືຜ່ານແດນສຸຂະພາບທາງເອເລັກໂຕຼນິກ” ເລີ່ມແຕ່ວັນທີ 15 ເມສາ 2022
(ພາບ: moh.gov.vn)

ຄາດວ່າ, ກະຊວງສາທາລະນະສຸກມີແຜນຈະອອກ “ໜັງສືຜ່ານແດນສຸຂະພາບທາງເອເລັກໂຕຼນິກ” ເລີ່ມແຕ່ວັນທີ 15 ເມສາ 2022 ເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນໃນເວລາໄປຕ່າງປະເທດ. ນັ້ນແມ່ນຂໍ້ມູນທີ່ໄດ້ເຕື້ອງເຖິງໃນກອງປະຊຸມທາງໄກ ໂດຍກະຊວງສາທາລະນະສຸກຈັດຂຶ້ນໃນວັນທີ 04 ເມສາ ກ່ຽວກັບຂໍ້ແນະນຳຜັນຂະຫຍາຍການອອກ "ໜັງສືຜ່ານແດນສຸຂະພາບເອເລັກໂຕຼນິກ".

ໄລ່ຮອດວັນທີ 01 ເມສານີ້, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ-19 ກວ່າ 200 ລ້ານໂດຼດແລ້ວ. ອັດຕາການສັກວັກຊິນສໍາລັບຄົນອາຍຸ 18 ປີຂຶ້ນໄປ ແມ່ນເກືອບ 100%, ເຂັມທີ 2 ແມ່ນ 99%, ແລະ ອັດຕາຜູ້ທີ່ໄດ້ສັກວັກຊິນເຂັມທີ່ 3 ແມ່ນປະມານ 50%. ສໍາລັບຜູ້ອາຍຸແຕ່ 12 ຫາ 17 ປີ, ອັດຕາການສັກເຂັມທີ່ 1 ແມ່ນ 99% ແລະ ການສັກວັກຊິນເຂັມທີ່ 2 ແມ່ນ 94%. ກະຊວງສາທາລະນະສຸກ ແລະ ບັດດາທ້ອງຖິ່ນ ພວມກະກຽມເພື່ອສັກວັກຊິນກັນພະຍາດໂຄວິດ-19 ໃຫ້ເດັກອາຍຸແຕ່ 5 ປີ ຫາ 12 ປີ.

        ໃນຈຸດເວລານີ້, ບັນດາຮາກຖານສັກວັກຊິນກັນພະຍາດໃນທົ່ວປະເທດພວມກະກຽມບັນດາເງື່ອນໄຂທີ່ຈຳເປັນ, ຜັນຂະຫຍາຍເຊັນປື້ມຮັບຮອງການສັກວັກຊິນກັນພະຍາດໂຄວິດ-19 ເລີ່ມແຕ່ວັນທີ 08 ເມສາ ນີ້ ເພື່ອໃຫ້ກະຊວງສາທາລະນະສຸກອອກ "ໜັງສືຜ່ານແດນສຸຂະພາບເອເລັກໂຕຼນິກ” ໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ